ຂ່າວລາຍວັນ

ແຊ ໃຫ້ກຳລັງໃຈ ນັກລົບຊຸດຂຽວ

ໃນວັນທີ 21 ພຶດສະພາ 2021 ນີ້ ຄະນະສະເພາະກິດ 2 ກອງບັນຊາການ ປກຊ-ປກສ ແຂວງບໍ່ແກ້ວ ເພື່ອຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ

ພ້ອມດ້ວຍທີມງານ ໄດ້ລົງລາດຕະເວນຕາມຂອບເຂດຊາຍແດນແມ່ນໍ້າຂອງ ແຕ່ຈຸດບ້ານປາກງາວ ຫາ ບ້ານຫ້ວຍທຸຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມກວດກາລາດຕະເວນໃນຄັ້ງນີ້ ມີທ່ານ ພັທ ຈັນສຸກ ໄຊຍະປະທຸມ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ແລະ ທ່ານ ພັທ ຄໍາສອນ ໄຊຍະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ.

ການລົງກວດກາ-ລາດຕະເວນໃນຄັ້ງນີ້ ກໍ່ເພື່ອຕິດຕາມ-ກວດກາ ການເຄື່ອນໄຫວ ແລະ ດຳລົງຊິວິດຂອງປະຊາຊົນບັນດາເຜົ່າຕາມແຄມແມ່ນໍ້າຂອງ ບໍ່ໃຫ້ມີການລັກລອບເຂົ້າ-ອອກເມືອງໂດຍບໍ່ຖືກຕ້ອງ, ການສວຍໃຊ້ໂອກາດຂົນສົ່ງສິນຄ້າເຖື່ອນ, ການຄ້າມະນຸດ, ອາວຸດ ແລະ ຢາເສບຕິດ ອັນເປັນການສ້າງຄວາມບໍ່ສະຫງົບສຸກ, ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມຊາຍແດນທັງ 2 ຝັ່ງແມ່ນໍ້າຂອງ. ເຊິ່ງການລົງກວດກາລາດຕະເວນໃນຄັ້ງນີ້ເຫັນວ່າ: ປົກກະຕິ.

ພາບ-ຂ່າວໂດຍ: ຮທ ນາຊູ ອິນທະບັນດິດ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!