ຂ່າວລາຍວັນ
ແຊໄດ້ເງິນ ໄລໄດ້ໂຊກ ພະພຸດທະຮູບວັງຊ້າງ ອາຍຸເກົ່າແກ່ ຫຼາຍກວ່າ 1,000
ພະພຸດທະຮູບວັງຊ້າງ ຕັ້ງຢູ່ບ້ານໂພນເງິນ ເມືອງໂພນໂຮງ ຫ່າງຈາກສຳນັກງານເມືອງໂພນໂຮງ ປະມານ 8 ກິໂລແມັດ, ມີອາຍຸເກົ່າແກ່ ຫຼາຍກວ່າ 1,000 ປີ,

ເປັນພະພຸດທະຮູບ ທີ່ຖືກສ້າງຂຶ້ນໃນປີ ຄສ 928, ປະດິດສະຖານ ຢູ່ໃນເຂດຖ້ຳວັງຊ້າງ, ລັກສະນະເດັ່ນ ຂອງພະພຸດທະຮູບ ນີ້ຄື: ເປັນພະພຸດທະຮູບ ທີ່ແກະສະລັກໃສ່ແຜ່ນຫີນ ຕໍ່ໜ້າຖ້ຳ, ລັກສະນະຂອງພະພຸດທະຮູບ ສັນນິຖານວ່າ ເປັນພະພຸດທະຮູບ ທີ່ສ້າງຂຶ້ນໃນຍຸກ ສະໄໝອານາຈັກທະວາລະວະດີ.

ພາຍໃນໜ້າຜາຫີນທີ່ເອີ້ນວ່າ “ວັງຊ້າງ” ນອກນັ້ນຍັງ ມີພະພຸດທະຮູບອົງນ້ອຍໆ ອີກເປັນຈຳນວນຫຼວງຫຼາຍ, ຕາມຄຳຈາລຶກ ທີ່ຂຽນໄວ້ໃນແຜ່ນຫີນນັ້ນ

ບອກວ່າພະພຸດທະຮູບອົງນີ້ ສ້າງຂຶ້ນໃນສະຕະວັດທີ 11.
