ຂ່າວລາຍວັນ

ຂ່າວດ່ວນ ໂຮງໝໍຮ່າໂນ້ຍ ວຽງຈັນໄດ້ປິດ ຍ້ອນຜູ້ຕິດໂຄວິ ດ ເຂົ້າໄປປິ່ນປົວ

ເຫີ້!!! ບໍ່ຮູ້ຊິວ່ານຳເລີຍກໍລະນີ້ນີ້ ຊິສະຫຼຸບສັ້ນໃຫ້
– ທາງໂຮງໝໍ ຮ່າໂນ້ຍ-ວຽງຈັນ ໄດ້ປິ່ນປົວຜູ້ປ່ວຍລາຍໜຶ່ງ ໂດຍຜ່ານການສອບຖາມຂໍ້ມູນແມ່ນ ຜູ້ກ່ຽວບໍ່ໄດ້ອອກໄປໃສ (ນັບແຕ່ Lock Down ຮอບທີ່ 1) ແລະ ຄົນໃນຄອບຄົວກໍ່ບໍ່ຢູ່ໃນກຸ່ມສ່ຽງ
– ຜູ້ກ່ຽວເຂົ້າມາປິ່ນປົວແມ່ນມີອາການແໜ້ນໜ້າເອິກ ຫາຍໃຈຍາກ ແຕ່ບໍ່ມີໄຂ້ ບໍ່ເປັນໄອ

– ທາງໂຮງໝໍໄດ້ແຍກຄົນເຈັບ ແລະ ສົງໃສວ່າຜູ້ກ່ຽວຕິດເຊື້ອໂຄວິດ-19 ຈຶ່ງປະສານຫາໂຮງໝໍ ມິດຕະພາບ
– ໄລຍະເວລາລໍຖ້າຄຳຕອບຈາກທາງໂຮງໝໍ ທາງແພດທີ່ໂຮງໝໍຮ່າໂນ້ຍ-ວຽງຈັນ ໄດ້ແນະນຳໃຫ້ຜູ້ກ່ຽວກວດຫາເຊື້ອໂຄວິດ-19 (ແຕ່ຄົນເຈັບບໍ່ເຫັນດີຈຶ່ງຂໍອອກໂຮງໝໍ)

– ກ່ອນອອກໂຮງໝໍ ທາງແພດກໍ່ແນະນຳມາດຕະການການປ້ອງກັນຕົນ ແລະ ໃຫ້ແຍກປ່ຽວ ພ້ອມໃຫ້ຕິດຕາມອາການຕົນ
– ຈົນວັນທີ່ 18 ພຶດສະພາ 2021 ທາງໂຮງໝໍໄດ້ຮັບແຈ້ງຈາກທາງຄະນະສະເພາະກິດວ່າ ຜູ້ປ່ວຍຄົນດັ່ງກ່າວຜົນກວດເປັນບວ

ທາງໂຮງໝໍຮ່າໂນ້ຍວຽງຈັນໄດ້ປິດ

ແພດໝໍໄດ້ກັກຕົວຕິດຕາມອາການ
ຜູ້ທີ່ເຄີຍໄປໃຊ້ບໍລິການຕ້ອງໄດ້ຕິດຕາມອາການແລະແຈ້ງຕໍ່ທີມແພດ

ບັນໄລກະງານນີ້ແຫລະພີ່ນ້ອງເອີ້ຍ!! ຍ້ອນແນວນີ້ແຫລະເສັ້ນທາງການລະບາດສາຍໃໝ່ມັນຈຶ່ງເກີດຂຶ້ນບໍ່ຢຸດ ແອດລະອຸກອັ່ງເດ່ະ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button