ຂ່າວລາຍວັນ
ດ່ວນທີ່ສຸດ
ສະເພາະວັນທີ 26 ກັນຍາ 2021 ເປັນວັນພັກລາດສະການຜູ້ບໍ່ຈຳເປັນບໍ່ໃຫ້ອອກເຮືອນ
ສະເພາະວັນທີ 26 ກັນຍາ 2021 ແມ່ນວັນພັກລາດສະການ ທຸກຄົນຕ້ອງຍຸດຕິການຈັດກິດກຳຕ່າງໆ ຫຼື ບໍ່ຈຳເປັນບໍ່ໃຫ້ອອກເຮືອນ ຖ້າຜູ້ໃດລະເມີດຈະປະຕິບັດມາດຕະການຢ່າງເຂັ້ມງວດຄື:
1. ຈະອອກກວດກາລາດຕະເວນບັນດາຫ້າງຮ້ານ, ການຕັ້ງວົງຊຸມເຫຼົ້າເບຍ ຖ້າລະເມີດນຳໃຊ້ມາດຕະການປັບໃໝຢ່າງ
ເຂັ້ມງວດ.
2. ມາດຕະການປັບໃໝ ບຸກຄົນປັບໃໝ 3,000,000 ກີບ/ຄັ້ງ, ນິຕິບຸກຄົນ 10,000,000 ກີບ
3. ເຈົ້າໜ້າທີ່ຢູ່ຈຸດກວດກາຈະອະນຸຍາດໃຫ້ສະເພາະຜູ້ທີ່ມີຄວາມຈຳເປັນປະຕິບັດໜ້າທີ່ດັ່ງນີ້: ເຈົ້າໜ້າທີ່ເຮັດໜ້າທີ່ປ້ອງກັນ, ທີມແພດໄປເກັບຕົວຢ່າງ, ເຈົ້າໜ້າທີ່ຢູ່ສູນກັກກັນ, ແພດ-ໝໍ, ໄຟຟ້າ, ນ້ຳປະປາ, ສື່ສານໂທລະຄົມມະນາຄົມ, ກູ້ໄພ, ລົດຂົນສົ່ງເຄື່ອງອຸປະໂພກ-ບໍລິໂພກ.
