ແມ່ ເ ຖົ້ າ ຝາ ແ ຝ ດ 2 ເອື້ອຍ
ແມ່ເຖົ້າຝາແຝດ 2 ເອື້ອຍນ້ອງຊາວຍີ່ປຸ່ນ
ຖືກບັນທຶກໃນ Guinness World Records ເປັນຝາແຝດທີ່ອາຍຸຍືນທີ່ສຸດໃນໂລກ ໂດຍມີອາຍຸ 107 ປີກັບ 300 ມື້. ການປະກາດຮັບຮອງສະຖິຕິໂລກມີຂຶ້ນໃນ ວັນຜູ້ສູງອາຍຸຂອງຍີ່ປຸ່ນ ເຊິ່ງກົງກັນວັນທີ 20 ກັນຍາ.
ແມ່ເຖົ້າ ອຸເມໂນະ ຊຸມິຍານະ ແລະ ໂຄອຸເມະ ໂຄດາມະ ເກີດວັນທີ 5 ພະຈິກ 1913 ທີ່ເກາະໂຊໂດຊິມະ ທາງຕາເວັນຕົກຂອງຍີ່ປຸ່ນ ທັງສອງເປັນລູກຄົນທີ 3 ແລະ 4 ຈາກນຳນວນພີ່ນ້ອງ 11 ຄົນ ແລະ ຕ່າງມີນິໄສລາເລີງເຂົ້າກັບຜູ້ຄົນໄດ້ດີ. ທັງສອງໄດ້ແຍກຈາກກັນຫຼັງຮຽນຈົບຊັ້ນປະຖົມ
ໂດຍ ແມ່ເຖົ້າ ໂຄອຸເມະ ຖືກສົ່ງໄປເຮັດວຽກເປັນແມ່ບ້ານທີ່ເມືອງ Oita, ເກາະຄິວຊູ ແລະ ຕ່າງງານມີຄອບຄົວຢູ່ທີ່ນັ້ນ. ສ່ວນແມ່ເຖົ້າ ອຸເມໂນະ ກໍ່ໃຊ້ຊີວິດຢູ່ບ້ານເກີດ ແລະ ມີຄອບຄົວເຊັ່ນກັນ.
ທັງສອງບໍ່ໄດ້ມີໂອກາດພົບໜ້າກັນ ຈົນກະທັງອາຍຸຮອດ 70 ຈຶ່ງໄດ້ເລີ່ມອອກເດີນທາງໄປໄຫວ້ພຣະນຳກັນເລື້ອຍໆ ແລະ ຮູ້ສຶກດີໃຈທີ່ໄດ້ກັບມາໃກ້ຊິດກັນອີກ ຄືກັບສະໄໝຍັງເປັນເດັກນ້ອຍ ເຊິ່ງແມ່ເຖົ້າ ອຸເມໂນະ ມີລູກ 4 ຄົນ ແລະ ແມ່ເຖົ້າ ໂຄອຸເມະ ມີລູກ 3 ຄົນ.
ໃນວັນທີ 1 ກັນຍາ 2021 ຜ່ານມາ ແມ່ເຖົ້າທັງສອງ ມີອາຍຸຄົບ 107 ປີ ແລະ 300 ມື້ ແລະ ໄດ້ທຳລາຍສະຖິຕິທີ່ຄູ່ແຝດຍິງອາຍຸຍືນທີ່ສຸດ ຖັດຈາກຄູ່ແຝດ ຄິນ ນາຣິຕະ ແລະ ກິນ ດານິອະ ເຊິ່ງມີອາຍຸ 107 ປີ ກັບ 175 ວັນ.
ຂ່າວຈາກ: www.dailymail.co.uk/news/article-10009367/