ແຈ້ງດ່ວນ 4 ແ ຍ ກຫ້ວຍ ຫົງ ຕານມີໄຊ
ແຈ້ງດ່ວນ 4 ແຍກຫ້ວຍຫົງ ຕານມີໄຊ
ແມ່ແລະເດັກ ຄຳຮຸ່ງ ໄດ້ປິດການສັນຈອນຢ່າງເປັນທາງການແລ້ວເດີ

ນະຄອນຫລວງອອກຄຳສັ່ງ 19-30 ກັນຍາ ຫ້າມທຸກຄົນທີ່ດຳລົງຊີວິດຢູ່ນະຄອນຫລວງວຽງຈັນ ອອກຈາກເຮືອນ ຍົກເວັ້ນກໍລະນີຈຳເປັນຂປລ.
ວັນທີ 19 ກັນຍາ 2021 ນີ້, ນະຄອນຫລວງວຽງຈັນ ອອກຄຳສັ່ງກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ແຕ່ວັນທີ 19-30 ກັນຍາ 2021
ໂດຍສະເພາະແມ່ນຫ້າມ ປະຊາຊົນ, ພະນັກງານ-ລັດຖະກອນ, ວິສາຫະກິດ, ອົງການຈັດຕັ້ງສາກົນ, ທະຫານ, ຕໍາຫລວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ເຄື່ອນໄຫວຢູ່ນະຄອນຫລວງວຽງຈັນ ອອກຈາກເຮືອນ ຫລື ທີ່ພັກອາໄສ ເດີນທາງໄປ-ມາ ຢູ່ພາຍໃນນະຄອນຫລວງວຽງຈັນ,

ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ອາຫານ, ຢາປົວພະຍາດ, ໄປໂຮງໝໍ, ໄປປະຕິບັດຫໜ້າທີ່ ທີ່ລະບຸໄວ້ໃນຂໍ້ທີ 14 ຂອງຄໍາສັ່ງສະບັບນີ້ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ.ສໍາລັບ ຜູ້ທີ່ຈຳເປັນຕ້ອງໄປທຳການຜະລິດກະສິກໍາ ແມ່ນສາມາດໄປໄດ້
ແຕ່ມອບໃຫ້ອົງການປົກຄອງບ້ານເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈຳນວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ ໂດຍບໍ່ໃຫ້ເກັບຄ່າທໍານຽມ ຫລື ຄ່າບໍລິການໃດໆ, ເຊິ່ງລາຍລະອຽດຂອງຄຳສັ່ງສະບັບດັ່ງກ່າວມີດັ່ງນີ້:



