ຂ່າວລາຍວັນ
ດຣ. ສີສະຫວາດ ສຸດທານີລະໄຊ
ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະ ຍ າດ ຕິ ດ ຕໍ່ ໄດ້ລາຍງານວ່າ:
ປັດຈຸບັນ ສປປ ລາວ ໄດ້ເກີດມີການລະບາດໃນຊຸມຊົນໃນບັນດາແຂວງ ແລະ ໂດຍສະເພາະນະຄອນຫຼວງວຽງຈັນ ທີ່ມີການລະບາດໃນຊຸມຊົນສູງທີ່ສຸດໃນສອງມື້ທີ່ຜ່ານມາແລະ ຍັງໄດ້ໃຫ້ຮູ້ອີກວ່າ:

ນະຄອນຫຼວງວຽງຈັນ ໄດ້ມີການກວດພົບໂຄວິດສາຍພັນເດວ ຕ້ າ ພລັ ດ ເຊິ່ງເປັນສາຍພັນມີການລະບາດທີ່ໄວກວ່າສາຍພັນອື່ນໆສະນັ້ນ, ຈຶ່ງຮຽກຮ້ອງຢາກໃຫ້ທຸກຄົນລະມັດລະວັງໃນການໄປການມາ
ຖ້າບໍ່ຈຳເປັນແທ້ໆກໍ່ບໍ່ຄວນໄປທີ່ແອອັດ ຫຼືສະຖານທີ່ສ່ຽງ ແລະຄວນໃສ່ຜ້າອັດປາກດັງເພື່ອປ້ອງກັນ
