ປະ ໂ ທ້
ວັນເສົາ ວັນທີ 18 ກັນຍາ ປີ 2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 466 ຄົນ, ຕິດເຊື້ອໃນຊຸມຊົນ ມີ 383 ຄົນ.
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 6,504 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 466 ຄົນ:- ກໍລະນີນໍາເຂົ້າ ມີ 83 ຄົນ
ຈາກ ແຂວງ ສະຫວັນນະເຂດ 72 ຄົນ, ສາລະວັນ 9 ຄົນ, ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.
ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 383 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້: • ນະຄອນຫຼວງ 264 ຄົນ: 1. ກຸ່ມໂຮງງານ ອານພິລາວ (ເກັບຕົວຢ່າງໃນໂຮງງານ) ພົບເຊື້ອ 246 ຄົນ ແມ່ນເຮັດວຽກຢູ່ໂຮງງານຕັດຫຍິບ ອັນພີລາວ ບ້ານໜອງທາເໜືອ, ເມືອງຈັນທະບູລີ ແລະ ມີປະຫວັດພົວພັນກັບຊ່າງຈັກຊ່າງໄຟ (ຄົນໄທ) ຈາກໂຮງງານ ອິນເຕີເມດແຟຊັນ (ທີ່ຕິດເຊື້ອ) ເຊິ່ງໄດ້ໄປແປງຈັກໃຫ້2.
ໂຄງການສຶກສາ LACOVISS: ມີ 03 ຄົນ o 01 ຄົນ ຈາກບ້ານ ໜອງຈັນ, ເຈົ້າໜ້າທີ່ຕຳຫລວດo 02 ຄົນ ແມ່ນ ຈາກ ບ້ານ ໜອງທາເໜືອ (ພໍ່ ແລະ ລູກ ສາວ), ເມືອງ ຈັນທະບູລີ3. ຈຸດເກັບຕົວຢ່າງຈາກບຶງຂະຫຍອງ ພົບເຊື້ອ 12 ຄົນ:o ບ້ານ ດ່ານຊ້າງ, ເມືອງ ໄຊທານີ 01 ຄົນo ບ້ານ ຫົວຂົວ, ເມືອງ ໄຊເສດຖາ 02 ຄົນ (ພະນັກງານ ບໍລິສັດ ເອກະຊົນ ຊີເຄແອວ)o ບ້ານ ສະພັງເມິກ, ເມືອງ ໄຊທານີ 01 ຄົນo ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ 03 ຄົນ (ເຮັດວຽກຢູ່ໂຮງງານ ອານພີລາວ 01 ຄົນ ແລະ ຄ້າຂາຍໜ້າໂຮງງານ)
ບ້ານ ສີເກີດ, ເມືອງນາຊາຍທອງ 03 ຄົນ (01 ຄົນ ແມ່ນ ຄ້າຂາຍໃນ ຕະຫລາດອົດຊີ)4. ກຸ່ມເມືອງໄຊທານີ 2 ຄົນ 5. ຈາກໂຮງໝໍມະໂຫສົດ 1 ຄົນ ຈາກ ບ້ານຫ້ວຍຫົງ, ເມືອງ ຈັນທະບູລີ, ໂຮງງານ ອານພີລາວ (ເກັບຕົວຢ່າງຈາກ ໂຮງໝໍມະໂຫສົດ)• ຈໍາປາສັກ 41 ຄົນ• ຫຼວງພະບາງ 30 ຄົນ• ຄຳມ່ວນ 26 ຄົນ: ທັງໝົດ 12 ບ້ານ ຈາກ 3 ເມືອງ ຄື:
– ທ່າແຂກ 9 ບ້ານ- ບົວລະພາ 2 ບ້ານ- ນາກາຍ 1 ບ້ານ• ສະຫວັນນະເຂດ 20 ຄົນ: ໃນນີ້ 13 ຄົນ ແມ່ນຈາກສະຖານທີ່ຄຸມຂັງ• ຫຼວງນໍ້າທາ 2 ຄົນ ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18,813 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 3,665 ຄົນ. ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 2 ບ້ານ: ບ້ານໂນນແສງຈັນ ແລະ ບ້ານດອນໜູນ ເມືອງໄຊທານີ. • ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ
ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້. ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ• ວັນທີ 17 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,482 ຄົນ.
ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 122 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,626 ຄົນ.
