ສປ ຈີນ ມ ອ ບ ການຊ່ວ ຍ ເ ຫ ລືອ ມູ ນຄ່ າ 200.000 ຢວນ
15/9/2021 ນະຄອນຢູຊິ ແຂວງຢູນນານ ສປ ຈີນ ມອບການຊ່ວຍເຫລືອ ມູນຄ່າ 200.000 ຢວນ ຫລື ປະມານ 300 ກວ່າລ້ານກີບ ໃຫ້ ແຂວງຈຳປາສັກ ເ ພື່ ອ ຕ້າ ນກັບ ພະ ຍາ ດໂ ຄ ວິ ດ
ນະຄອນຢູຊິ ແຂວງຢູນນານ ຂອງ ສາທາລະນະລັດ ປະຊາຊົນຈີນ ມອບການຊ່ວຍເຫລືອດ້ານອຸປະກອນການແພດ ໃຫ້ແຂວງຈຳປາສັກ ສປປ ລາວ ລວມມູນຄ່າ 200.000 ຢວນ ຫລື ປະມານ 300 ກວ່າລ້ານກີບ.
ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂອຍອຸປະກອນດັ່ງປະກອບມີ ຜ້າອັດປາກ-ດັງ ຈຳນວນ 12.500 ແຜ່ນ ແລະ ຊຸດປ້ອງກັນການແພດ ຫລື ຊຸດ PPE ຈຳນວນ 2.720 ຊຸດ.
ພິທີຮັບ ການຊ່ວຍເຫລືອ ຄັ້ງນີ້ ໄດ້ມີຂຶ້ນ ໃນວັນທີ 15 ກັນຍາ 2021, ທີ່ຫ້ອງວ່າການແຂວງ, ຕາງໜ້າໃຫ້ຄະນະນຳແຂວງ ກ່າວຮັບໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ. ມີຜູ້ຕາງໜ້າ ໃຫ້ ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການພົວພັນ ການຊ່ວຍເຫລືອ ດັ່ງກ່າວນີ້ ແມ່ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານອຸປະກອນການແພດ ທີ່ຈະນຳໃຊ້ເຂົ້າໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ພວມລະບາດຢູ່ ສປປ ລາວ ໃນປັດຈຸບັນ, ທັງເປັນການເສີມຂະຫຍາຍ ມູນເຊື້ອອັນສວຍສົດງົດງາມ ສາຍພົວພັນ ການຮ່ວມມື ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແຂວງຈໍາປາສັກ ກັບ ນະຄອນຢູຊິ ແຂວງຢູນນານ ຂອງ ສປ ຈີນ.
ສື່ມວນຊົນແຂວງຈຳປາສັກ
ຂ່າວ: ທັດຊະນະ