ດ່ວນ ສືບຕໍ່ ຜ່ອນຜັນມາດຕະການ
ດ່ວນ ຫ້ອ ງວ່ າ ກ າ ນ ສຳ ນັກງານນາ ຍົ ກ ລັ ດ ຖະມົນຕິ
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້:

2. ມອບໃຫ້ຄະນະສະເພາະກິດ ໂຄວິດ ຂັ້ນສູນກາງ ສົມທົບກັບ ອົງການປົກຄອງນະຄອນຫຼວງວຽງຈັນ ຮີບຮ້ອນດໍາເນີນການຮັບມື ແລະ ແກ້ໄຂສະພາບການລະບາດດັ່ງກ່າວ ເປັນຕົ້ນ ເລັ່ງຊອກຫາຜູ້ຕິດເຊື້ອ ແລະ ຜູ້ສໍາຜັດ ໃກ້ຊິດ ; ເພີ່ມຈຸດກວດຫາເຊື້ອ, ຈຸດໃຫ້ວັກຊີນ,
ຫນ່ວຍກວດຫາເຊື່ອ ແລະ ໃຫ້ວັກຊີນເຄື່ອນທີ່; ກຽມ ແລະ ປັບປຸງ ສູນປິ່ນປົວ ແລະ ສູນຈໍາກັດບໍລິເວນ ເພື່ອຮອງຮັບຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດ ໃຫ້ພຽງພໍ ແລະ ອື່ນໆ.
• ພ້ອມກັນນັ້ນ, ກໍໃຫ້ສືບສວນຫາແຫຼ່ງທີ່ມາ ແລະ ສາເຫດຂອງການຕິດເຊື້ອ ແລະ ແຜ່ເຊື້ອໃນໂຮງງານ ດັ່ງກ່າວ ໃຫ້ເຫັນໄດ້ເຖິງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງ ລວມທັງ ຜູ້ປະກອບການ ກໍ່ຄື ບຸກຄົນທີ່ພາ ໃຫ້ມີການລະບາດດັ່ງກ່າວ ເພື່ອຖອດຖອນບົດຮຽນບໍ່ໃຫ້ເກີດຂຶ້ນອີກ. “
1. ເຫັນດີອະນຸຍາດໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ປະຕິບັດມາດຕະການປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ ຢູ່ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນ ທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2011 ຕາມການສະເຫນີຂອງນະຄອນຫລວງ. ( ລາຍລະອຽດຢູ່ດ້ານລຸ່ມ )
ເລື່ອງ: ຂໍປິດການເດີນທາງ ເຂົ້າ-ອອກ (ລ໋ອກດາວ) ນະຄອນຫຼວງວຽງຈັນ ແຕ່ວັນທີ 19-30 ກັນຍາ 2021. ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຮຽນລາຍງານມາຍັງທ່ານຊາບ ແລະ ຂໍທິດຊີ້ນໍາ ດັ່ງນີ້:
1. ໂຕເລກການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ແລະ ກະຈາຍໄປຫຼາຍບ້ານ ຫຼາຍເມືອງ ໂດຍສະເພາະໃນ ວັນທີ 18 ກັນຍາ 2021 ມີຈໍານວນຜູ້ຕິດເຊື້ອໃໝ່ເຖິງ 265 ກໍລະນີ, ໃນນັ້ນຫຼາຍກວ່າ 90% ແມ່ນກຳມະກອນຈາກ ໂຮງງານຕັດຫຍິບອານຟີລາວ ຢູ່ບ້ານໜອງທາເໜືອ, ເມືອງຈັນທະບູລີ, ເຊິ່ງມີຄວາມສ່ຽງ ທີ່ຈະເກີດມີການແຜ່ລະບາດໃຫຍ່ ໃນຮອບໃໝ່ ແລະ ຈະຄວບຄຸມໄດ້ຍາກ ຢູ່ນະຄອນຫຼວງວຽງຈັນ.
2. ເພື່ອຮັບປະກັນບໍ່ໃຫ້ພະຍາດ COVID-19 ແຜ່ລະບາດອອກເປັນວົງກວ້າງ ແລະ ກະຈາຍໄປທົ່ວພື້ນທີ່ນະຄອນຫຼວງວຽງຈັນ, ສະນັ້ນ ນະຄອນຫຼວງວຽງຈັນ
ຈຶ່ງຂໍສະເໜີປິດການເດີນທາງພາຍໃນ ແລະ ເຂົ້າ-ອອກ (Lock Down) ນະຄອນຫຼວງວຽງຈັນ ຕາມຄຳສັ່ງ 06/ນຍ, ລົງວັນທີ 29 ມີນາ 2020, ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021 ຄື:
2.1. ປິດການເດີນທາງພາຍໃນ ແລະ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ສະເພາະເຂດ 4 ເມືອງໃນ ຄື: ເມືອງຈັນທະບູລີ, ເມືອງ ສີໂຄຕຕະບອງ, ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ແລະ ບາງສ່ວນຂອງ 3 ເມືອງນອກ ຄື: ເມືອງໄຊທານີ (ປີດ ແຕ່ຂົວທ່າງ່ອນເຂົ້າມາ),
ເມືອງຫາດຊາຍຟອງ (ປິດ ແຕ່ສວນວັດທະນະທໍາຊຽງຄວນເຂົ້າມາ), ເມືອງນາຊາຍທອງ (ປີດ ແຕ່ບ້ານສີເກີດເຂົ້າມາ), ຍົກເວັ້ນຜູ້ທີ່ມີຄວາມຈຳເປັນ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ
2.2. ປິດບັນດາໂຮງງານ, ຍົກເວັ້ນໂຮງງານທີ່ໄດ້ຜ່ານການກວດກາ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ.
2.3. ນຳໃຊ້ໂຮງຮຽນຈຳນວນໜຶ່ງ ເປັນສູນຈຳກັດບໍລິເວນ ຂອງຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ (C2).
2.4. ຍົກລະດັບມາດຕະການປັບໄໝຕໍ່ຜູ້ລະເມີດ ຂຶ້ນສູ່ລະດັບສູງສຸດ ຄື: 3.000.000 ກີບ/ຄົນ/ຄັ້ງ ແລະ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ, ພ້ອມທັງ ດຳເນີນຄະດີຕາມກົດໝາຍ ແລະ ໃຫ້ຮັບຜິດຊອບຄ່າເສຍຫາຍຕ່າງໆ ທີ່ເກີດຂຶ້ນ.
2.5. ກະກຽມ ແລະ ປັບປຸງສູນປິ່ນປົວ ໃຫ້ສາມາດຮອງຮັບຜູ້ຕິດເຊື້ອໄດ້ໃນລະດັບ 1.000 ຕຽງ.
2.6. ເພີ່ມຈຸດກວດຫາເຊື້ອ, ຈຸດໃຫ້ວັກຊີນ, ໜ່ວຍກວດຫາເຊື້ອ ແລະ ໃຫ້ວັກຊີນເຄື່ອນທີ່.
ດັ່ງນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນໍາຕາມທາງຄວນດ້ວຍ.
