ຕາມຂໍ້ມູນຂ່າວທີ່ປະກົດຢູ່ໃນສື່ສັງຄົມອອນລາຍ ກ່ຽວກັບ ເມຍໃຫຍ່-ເມຍນ້ອຍ
ຕາມຂໍ້ມູນຂ່າວທີ່ປະກົດຢູ່ໃນສື່ສັງຄົມອອນລາຍ ກ່ຽວກັບ ເມຍໃຫຍ່-ເມຍນ້ອຍ ທີ່ກຳລັງກະຈ່າຍຢ່າງຫລວງຫລາຍ. ກ່ອນອື່ນທາງພວກເຮົາ ຂໍອອກໂຕກ່ອນວ່າ: ການຂຽນບົດວິເຄາະທາງກົດໝາຍກ່ຽວກັບເລື່ອງນີ້ ແມ່ນ ເພື່ອເຍືອງໃຫ້ເຫັນເຖິງປະເດັນທາງດ້ານກົດໝາຍເຊິ່ງມີຜູ້ຕິດຕາມ ຫລື ແຟນ page ຫຼາຍຄົນສົ່ງເຂົ້າມາຖາມ ແລະ ຢາກໃຫ້ພວກເຮົາ ວິເຄາະໃຫ້ຟັງ.
ພວກເຮົາ ຂໍວາງໂຕເປັນກາງບໍ່ເຂົ້າຂ້າງຝ່າຍໃດ ແລະ ແຟນ page ທຸກຄົນສາມາດປະກອບຄຳເຫັນຫຼັງອ່ານບົດວິເຄາະນີ້ໄດ້ເຊັ່ນດຽວກັນເດີ. ເຮົາມາເລີ່ມກັນເລີຍ:
1. ເມຍໃຫຍ່ ຈະເອົາຜິດຫຍັງໄດ້ແນ່ນຳ ເມຍນ້ອຍ ແລະ ຜົວຂອງລາວ?
ການທີ່ຊາຍ ຫຼື ຍິງ ມີຄູ່ສົມລົດຢູ່ແລ້ວ ແຕ່ໄດ້ມີຊູ້ກັບຍິງ ຫຼື ຊາຍອື່ນ ຈະຖືວ່າໄດ້ກະທຳຜິດຖານການກະທຳມິດສະຈານ ເຊິ່ງເປັນຄວາມຜິດທາງອາຍາ. ອີງຕາມມາດຕາ 247 ຂອງປະມວນກົດໝາຍອາຍາ 2017 ທີ່ກຳນົດໄວ້ວ່າ : ບຸກຄົນໃດທີ່ມີ ຜົວ ຫຼື ເມຍ ຫາກໄດ້ເສບສົມກັບຜູ້ອື່ນ ຈະຕ້ອງຖືກລົງໂທດຕັດອິດສະລະພາບຕັ້ງແຕ່ 3 ເດືອນເຖິງ 1 ປີ ພ້ອມທັງຖືກປັບໃໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ. ພ້ອມກັນນັ້ນ ມາດຕາດັ່ງກ່າວ ຍັງກຳນົດຕື່ມອີກວ່າ ຄູ່ທຳມິດສະຈານ (ຜູ້ເປັນຊູ້) ກໍ່ຈະຖືກລົງໂທດສະຖານດຽວກັນນຳ.
ໃນກໍລະນີທີ່ສານ ຕັດສິນວ່າ ຜົວຂອງຕົນ ແລະ ເມຍນ້ອຍ ມີຄວາມຜິດທາງອາຍາໃນຂໍ້ຫາ ທຳມິດສະຈານ ໂດຍມີຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ, ເມຍໃຫຍ່ ສາມາດຮ້ອງຟ້ອງເພື່ອຂໍຢ່າຮ້າງ ຜົວ ຕາມຫລັກການທີ່ກໍານົດໄວ້ໃນມາດຕາ 176 ຂໍ້ 1 ຂອງປະມວນກົດໝາຍແພ່ງ 2018 ຊຶ່ງສິດຕາມກົດໝາຍທີ່ ເມຍ ຈະສາມາດຮຽກຮ້ອງໄດ້ມີຄື:
• ການຂໍຢ່າຮ້າງ;
• ການແບ່ງປັນສິນສົມສ້າງ;
• ຂໍສິດລ້ຽງດູລູກ ແລະ ເງິນລ້ຽງດູລູກ;
• ໃຊ້ແທນຄວາມເສຍຫາຍທາງດ້ານຈິດໃຈ ແລະ/ຫລື ການຮຽກຮ້ອງຕາມຮີດຄອງປະເພນີ.