ແຈ້ງຂ່າວມໍລະນະກໍາ ຫົວໜ້າຫ້ອງວ່າການເມືອງ ວິລະບູລີ
ແຈ້ງຂ່າວມໍລະນະກໍາ ຫົວໜ້າຫ້ອງວ່າການເມືອງ ວິລະບູລີ
ຂໍຕາງໜ້າໃຫ້ອໍານາດການປົກຄອງເມືອງ, ການຈັດຕັ້ງເມືອງ ວິລະບູລີ ແລະ ຄອບຄົວພ້ອມດ້ວຍຍາດຕິພີ່ນ້ອງຂອງຜູ້ກ່ຽວ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງການຈັດຕັ້ງທຸກພາກສ່ວນ ແລະ ຍາດຕິພີ່ນ້ອງຜູ້ຢູ່ໃກ້ ແລະ ຢູ່ໄກໄດ້ຊາບທົ່ວເຖິງກັນວ່າ :

ສະຫາຍ ສະເຫຼີມໄຊ ສົມບັດຈະເລີນ ກໍາມະການພັກເມືອງ ຫົວໜ້າຫ້ອງການໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ປະຈໍາເມືອງ ວິລະບູລີ ແຂວງສະຫວັນນະເຂດ ແມ່ນໄດ້ເຖິງແກ່ມໍລະນະກໍາແລ້ວ

ໃນເວລາ 12 : 10 ໂມງ ຂອງວັນທີ 13 / 09 / 2021 ດ້ວຍພະຍາດຜູ້ກ່ຽວເອງ, ປະຈຸບັນສົບຂອງເພິ່ນແມ່ນໄດ້ບໍາເພັນກຸສົນໄວ້ທີ່ເຮືອນຂອງຜູ້ກ່ຽວເອງ, ບ້ານແກ້ວວິໄລ ຈຸດສຸມເມືອງວັງ ຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ ,

ສ່ວນວັນຊາປະນາກິດສົບ ແມ່ນຈະໄດ້ຈັດຂຶ້ນໃນວັນພະຫັດ, ວັນທີ 16 / 09 / 2021 ເວລາ 13:00 ໂມງ ທີ່ປ່າຊ້າບ້ານແກ້ວວິໄລ.
ດັ່ງນັ້ນຈຶ່ງໄດ້ແຈ້ງຂ່າວຄວາມເສົ້າສະຫຼົດໃຈນີ້ ມາຍັງບັນດາທ່ານເພື່ອຊາບທົ່ວເຖິງກັນ.
