ຂ່າວລາຍວັນ

ຂ່າວດີ ແບບນີ້

ຄະນະສະເພາະກິດແຈ້ງຂ່າວ “ວັນນີ້ 13 ກັນຍາ 2021,

ມື້ຜ່ານມາໄດ້ກວດວິເຄາະທັງໝົດ 3,425 ຕົວຢ່າງ.”(1). ຜົນການວິໄຈພົບຜູ້ຕິດເຊື້ອ ຈຳນວນ ( + 198 ) ກໍລະນີ, “( + 94 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 104 ) ກໍລະນີຊຸມຊົນທີ່ໄດ້ມີການສຳພັດກັບຜູ້ຕິດເຊື້ອຜ່ານມາ” ແລະ ລວມສະຖິຕິຜູ້ຕິດເຊື້ອທັງໝົດ ( 17,555 ) ກໍລະນີ:

1. ນະຄອນຫຼວງວຽງຈັນ (+ 30 ) ກໍລະນີທີ່ປະກອບດ້ວຍ “(+ 21 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 09 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ, ຈາກຈຳນວນການວິເຄາະທັງໝົດ 302 ຕົວຢ່າງ,2. ແຂວງບໍແກ້ວ (+ 01 ) ກໍລະນີຊູມຊົນ ເມືອງຕົ້ນເຜີ້ງ ທີ່ໄກ້ສິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ,3. ແຂວງຫຼວງນໍ້າທາ (+ 03 ) ກໍລະນີຊູມຊົນທີ່ໄກ້ສິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ,

4. ແຂວງຫຼວງພະບາງ (+ 11 ) ກໍລະນີ ທີ່ປະກອບດ້ວຍ “( + 02 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 09 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,5. ແຂວງໄຊຍະບູລີ ( + 01 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,6. ແຂວງຄຳມ່ວນ ( + 43 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,7. ແຂວງສາລະວັນ (+ 26 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,8. ແຂວງສະຫວັນນະເຂດ ( + 52 ) ກໍລະນີ, “(+ 39 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 13 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ”, ຈາກຈຳນວນການວິເຄາະທັງໝົດ 376 ຕົວຢ່າງ,

9. ແຂວງຈຳປາສັກ ( + 30 ) ກໍລະນີ “( + 05 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 25 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ”, ຈາກຈຳນວນການວິເຄາະທັງໝົດ 1,116 ຕົວຢ່າງ,10. ແຂວງເຊກອງ (+ 01 ) ກໍລະນີຊູມຊົນທີ່ໄກ້ສິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ;(2). ລວມຍອດຜູ້ທີ່ຍັງຮັບການປິ່ນປົວ ( 4,270 ) ກໍລະນີ;(3).

ປິ່ນປົວຫາຍດີວັນນີ້ ( – 156 ) ກໍລະນີ ແລະ ລວມສະຖິຕິຜູ້ທີ່ປິ່ນປົວຫາຍດີທັງໝົດ ແລະ ອອກຈາກໂຮງໝໍແລ້ວຈຳນວນ ( – 13,269 ) ກໍລະນີ ຫຼື 75.58% ຈາກສະຖິຕິຈຳນວນກໍລະນີຕິດເຊື້ອທັງໝົດ (17,555);(4).

ເສຍຊີວິດ ( 00 ) ກໍລະນີ (ໃໝ່) ແຂວງສະຫວັນນະເຂດ ແລະ ລວມສະຖິຕິຈຳນວນຜູ້ເສັຍຊີວິດ ( 16 ) ກໍລະນີ;(5).

ລາຍລະອຽດຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີລາຍລະອຽດດັ່ງນີ້:(ໜື່ງ). ນະຄອນຫຼວງວຽງຈັນ 09 ຄົນ, ທັງໝົດ 09 ຄົນ ແມ່ນໄດ້ໄປຮ່ວມງານຊາປານາກິດສົບພີ່ນ້ອງທີ່ເສຍຊີວິດ ຢູ່ບ້ານສາງນ້ຳມັນ ນະຄອນປາກເຊ ແຂວງຈຳປາສັກ ໃນວັນທີ່ 05 ກັນຍາ 2021 ມີ 03 ຄອບຄົວ ຄື: 1. ຄອບຄົວທີ່ 01 ໄດ້ຕິດເຊື້ອ ລວມມີ 03 ຄົນ,

ບ້ານຄຳສະຫວາດ 02 ຄົນ, ບ້ານໂນນຄໍ້ 01, ເມືອງໄຊເສດຖາ, ເດີນທາງກັບມາຮອດນະຄອນຫລວງວຽງຈັນ ໃນວັນທີ 07 ກັນຍາ 2021;2. ຄອບຄົວທີ່ 02 ໄດ້ຕິດເຊື້ອ ລວມມີ 02 ຄົນ, ອາຊີບຄ້າຂາຍຢູ່ຕະຫຼາດອົດຊີ ເມືອງສີໂຄດຕະບອງ, ບ້ານຢູ່ປັດຈຸບັນ ບ້ານດອນນົກຂຸ້ມ ເມືອງ ສີສັດຕະນາກ ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 09 ກັນຍາ 2021;3. ຄອບຄົວທີ່ 03 ໄດ້ຕິດເຊື້ອ ລວມມີ 04 ຄົນ, ບ້ານດອນກະຊາຍ ເມືອງຫາດຊາຍຟອງ, ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 10 ກັນຍາ 2021;(ສອງ).

ແຂວງຄໍາມ່ວນ 43 ຄົນ ແມ່ນ:1. ໃນຊຸມຊົນ ໃນເມືອງທ່າແຂກ ແຂວງຄຳມ່ວນ ເປັນກໍລະນີສຳພັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ 39 ຄົນທີ່ມາຈາກ 17 ບ້ານຂອງ ເມືອງທ່າແຂກ ຈຳນວນ 38 ຄົນ ແລະ 05 ຄົນ ຈາກບ້ານສັງ ເມືອງເຊບັ້ງໄຟ;2. ກໍລະນີຈາກຈຸດກັ່ນກອງທີ່ມີຄວາມສ່ຽງສູງ 03 ຄົນ ແລະ ກໍລະນີສົງໃສ 01 ຄົນ(ສາມ). ແຂວງຈຳປາສັກ 25 ຄົນ, ເມືອງປະທຸມພອນ ທີ່ເຊື່ອມໂຍງກັບໂຮງໝໍຊຸມຊົນເມືອງປະທຸມພອນທີ່ໄດ້ລາຍງານກ່ອນໜ້ານີ້, ໂດຍມາຈາກຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທຸມພອນຄື:1. ຈຳນວນ 01 ຄົນ ຈາກບ້ານນ້ຳໃສເທີງ,2. ຈຳນວນ 01 ຄົນ ຈາກບ້ານຫຼັກ 30,3. ຈຳນວນ 19 ຄົນ ຈາກບ້ານໜອງປັກແຮດ,4. ຈຳນວນ 03 ຄົນ ຈາກບ້າາຫຼັກ 40,5. ຈຳນວນ 01 ຄົນຈາກ ນະຄອນປາກເຊ(ສີ່). ແຂວງສະຫວັນນະເຂດ 13 ຄົນ:1. ພະນັກງານແພດ 07 ຄົນ (ທ່ານໝໍ 03 ຄົນ,

ແພດຊັ້ນສູງ 02 ຄົນ ແລະ ພະຍາບານ 02 ຄົນ), ທີ່ມາເຂົ້າປະຈໍາການຢູ່ສູນຫຼັກ 09 ແລະ ອອກມາກັກໂຕ ຢູ່ບ້ານພັກດາລາວັນ (ທີມແພດ ມາຈາກເມືອງຕ່າງໆຄື ເມືອງອຸທຸມພອນ 03 ຄົນ (ໂຮງໝໍທະຫານ 109); ເມືອງທ່າປາທອງ 01 ຄົນ, ເມືອງອາດສະພອນ 01 ຄົນ, ເມືອງເຊໂປນ 01 ຄົນ ແລະ ເມືອງໄຊພູທອງ 01 ຄົນ;2. ຈຳນວນ 05 ຄົນ ແມ່ນກຸ່ມສຳຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄດ້ລາຍງານ ໃນວັນທີ 11 ກັນຍາ 2021,3. ບ້ານໂພນສະຫວ່າງເໜືອ ມີ 01 ຄົນ (ພະນັກງານຂັບລົດ ບໍລິສັດຫຸມແພງ) ຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອຜ່ານມາ;(ຫ້າ). ແຂວງຫຼວງພະບາງ 09 ຄົນ:1. ຈຳນວນ 01 ຄົນ ຢູ່ບ້ານຫ້ວຍຖໍ້າ, ເມືອງຈອມເພັດ ກັກໂຕຢູ່ບ້ານ, ແລ້ວໄດ້ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021

ຜົນກວດອອກເປັນຜົນບວກ;2. ຈຳນວນ 02 ຄົນ ຢູ່ບ້ານຫ້ວຍຈີມ, ເມືອງງອຍ ທັງສອງຄົນເປັນຜົວເມຍກັນ ຊຶ່ງເປັນແຮງງານມາຈາກແຂວງວຽງຈັນ ແລະ ມາຮອດແຂວງຫລວງພະບາງ ໃນວັນທີ 25 ສິງຫາ 2021 ແລ້ວໄດ້ມາກັກໂຕ ຢູ່ສູນໂຮງຮຽນແພດ ແລະ ເກັບຕົວຢ່າງກວດສອງຄັ້ງ ແຕ່ຄັ້ງທີ່ 01 ເປັນຜົນລົບ ແລະ ຄັ້ງທີ່ສອງ ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ;3. ຈຳນວນ 06 ຄົນ ບ້ານໂພນໄຊ, ເມືອງນານ ທີ່ມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ເປັນກໍາມະກອນໂຮງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ທີ່ໄດ້ລາຍງານໃນວັນທີ 11 ກັນຍາ 2021;(ຫົກ).

ແຂວງຫຼວງນໍ້າທາ 03 ຄົນ: 1. ຜູ້ທີ 01 ໄດ້ເດີນທາງໄປເຂດເສດຖະກິດພິເສດດ້ວຍຖ້ຽວບິນພິເສດຈາກ ນະຄອນຫຼວງວຽງຈັນ,2. ຜູ້ທີ 02 ຄົນຈີນເດີນທາງມາຈາກພະນົມເປັນ, ປະເທດກໍາປູເຈຍ ແລະ ມີລາຍງານວ່າໄດ້ຂີ່ເຮືອຂ້າມມາວຽງຈັນ-ອຸດົມໄຊ-ຫຼວງນ້ຳທາ;3. ຜູ້ທີ 03 ໄດ້ເດີນທາງຈາກເມືອງ Sichuan – ຊຽງລາຍ ປະເທດໄທ ລະເດີນທາງຈາກໄທເຂົ້າມາລາວ ຢູ່ເຂດພິເສດສາມຫຼ່ຽມທອງຄໍາ;(ເຈັດ). ແຂວງບໍ່ແກ້ວ 01 ຄົນ ເມືອງຕົ້ນເຜີ້ງ;(ແປດ).

ແຂວງເຊກອງ 01 ຄົນ ແມ່ນຍັງສອບສວນຂໍ້ມູນລະອຽດ;(06). ບ້ານທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 03 ບ້ານ ຄື: 1. ບ້ານ ຄໍາສະຫວາດ ເມືອງ ໄຊເສດຖາ, 2. ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ, 3. ບ້ານ ດອນຂາຊ້າຍ ເມືອງຫາດຊາຍຟອງ;(07). ສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນທີ່ຜູ້ຕິດເຊື້ອໄດ້ໄປ: ຕະຫຼາດອົດຊີ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ

ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ ແລະ ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້;(08).

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ພາຍໃນວັນທີ 12 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປລາວ ຈໍານວນ ທັງໝົດ 919 ຄົນ ແລະ ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 93 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,237 ຄົນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!