ສະບາຍດີພໍ່ແມ່ອ້າຍເອື້ອຍນ້ອງຜູ້ໃຈບຸນທັງຫຼາຍ
ສະບາຍດີພໍ່ແມ່ອ້າຍເອື້ອຍນ້ອງຜູ້ໃຈບຸນທັງຫຼາຍ
+ ວອນຜູ້ໃຈບຸນທັງຫຼາຍຊ່ວຍເຫຼືອຍາທ່ານວັນດີ ອາຍຸ68ປີ ດ້ວຍເທີ່ນ ຍາທ່ານ ຢູ່ວັດໜອງພະຍາ, ໄຊທານີ, ນະຄອນຫຼວງວຽງຈັນ

+ ຍາທ່ານວັນດີ ເສັ້ນເລືອດໃນສະໝອງແຕກ ຕ້ອງໄດ້ຮັບການຜ່າຕັດ ແລະໃນຕອນນີ້ແມ່ນໄດ້ນຳສົ່ງຫາໂຮງໝໍ່ເອກອຸດອນດອນປະເທດໄທແລ້ວ ລໍເຂົ້າປ່າຕັດສະໝອງຢູ່ ຍາທ່ານວັນດີເປັນກ່ຳພ້າທີ່ມາຮອດ ບໍ່ມີຍາດທາງໄດແລ້ວທີ່ພໍຈະໄດ້ເພິ່ງພາ

+ດັ້ງນັ້ນທາງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ຈຶ່ງໄດ້ມາເປັນສື່ກາງໃນການຮ້ອງຂໍ ເປີດຮັບບໍລິຈາກຂໍຄວາມຊ່ວຍເຫຼືອໃຫ້ແກ່ ຍາທ່ານວັນດີ ເພື່ອໃຫ້ໄດ້ຮັບການຜ້າຕັດສະໝອງໃຫ້ກັບຄືນມາແຂງແຮງປົກກະຕິຄືເກົ່າ.

ສຳລັບເງິນທຸກກີບທີ່ທຸກທ່ານຮ່ວມບໍລິຈາກສົມທົບຊ່ວຍ ກັບຂອງທາງມູນນິທິຊ່ວຍເຫຼືອຄົນທຸກຍາກຂອງພວກເຮົາທັງໝົດນັ້ນ ເຮົາຈະນຳໄປມອບໃຫ້ກັບຍາທ່ານທັງໝົດ.

#ສ່ວນຜູ້ໃຈບຸນທັງຫຼາຍທີ່ມີໃຈສັດທາຢາກບໍລິຈາກສົມທົບນຳມູນນິທິຊ່ວຍເຫຼືອຄົນທຸກຍາກຂອງພວກເຮົາສາມາດໂອນບໍລິຈາກຕາມ QR ດ້ານລູ່ມໄດ້
👉ສາມາດຕິດຕໍ່ເບີໂຮງໝໍ່ເອກອຸດອນໄດ້: 042 342 555

🙏 ຂໍຂອບໃຈ🙏