ຜົນງານຮູບແຕ້ມສີນໍ້າມັນໃສ່ຂອບສີຄໍາ ຮູບຂອງທ່ານປະທານປະເທດແຫ່ງ ສປປ ລາວ
ໃນວັນທີ 8 ກັນຍາ 2021ຢູ່ທີ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວສຊປລທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ
ເລຂາຄະນະບໍລິຫານງານ ສຊປລ ໄດ້ໃຫ້ກຽດຮັບເອົາຜົນງານຮູບແຕ້ມສີນໍ້າມັນໃສ່ຂອບສີຄໍາ

ຮູບຂອງທ່ານປະທານປະເທດແຫ່ງ ສປປ ລາວ ຜູ້ນໍາທີ່ແສນເຄົາລົບຮັກ ຈໍານວນ 8 ພາບ, ແຕ່ອະດີດຈົນເຖິງປັດຈຸບັນ, ຈາກ ທ່ານ ປຣະເສີດ ບັນຈົງພັກດີ ປະທານບໍລິສັດ ຫຍ້າສີຟ້າ(BlueGrass Design Group). ການມອບພາບດັ່ງກ່າວ, ເພື່ອເປັນການຊົມເຊີຍ ແລະ ຂໍ່ານັບຮັບຕ້ອນຄະນະ

ລັດຖະບານ ແຫ່ງ ສປປ ລາວ ຊຸດທີ IX ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານບໍລິສັດ ບຣູ ກຣາສ ທີ່ນໍາເອົາຮູບແຕ້ມທີ່ມີຄວາມສໍາຄັນ, ສວຍງາມ ແລະເປັນຮູບແຕ້ມບຸກຄົນສໍາຄັນຂອງຊາດ

ທີ່ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດໃຫ້ຄວາມເຄົາລົບນັບຖືແລະ ຈະນໍາເອົາຮູບດັ່ງກ່າວໄປໄວ້ຫໍມູນເຊື້ອຂອງ ສຊປລ ເພື່ອເປັນບ່ອນຮຽນຮູ້ທັດສະນະສຶກສາມູນເຊື້ອປະຫວັດສາດອັນດີງາມຂອງບັນດາຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໂດຍ: ຄຳສິງ ວິໄລຄຳກົມສື່ມວນຊົນໜຸ່ມລາວ




