ບໍລິສັດ ພູເບ້ຍ ມາຍນິງ ມີຄົນຕິດໂ ຄ ວິ ດ
ບໍລິສັດ ພູເບ້ຍ ມາຍນິງ ຂໍແຈ້ງໃຫ້ຊາບວ່າ ພະນັກງານບໍລິສັດຂອງຜູ້ຮັບເໝົາໜຶ່ງຄົນ ເຮັດວຽກຢູ່ໂຮງງານຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ໄດ້ມີຜົນກວດ ໂຄ ວິ ດ ເປັນບວກ. ທັນທີ່ໄດ້ຮັບແຈ້ງມີພະນັກງານບໍລິສັດຂອງຜູ້ຮັບເໝົາຕິດເຊື້ອ, ເຂດດໍາເນີນງານທັງສອງຂອງບໍລິສັດ ໄດ້ປິດການເຂົ້າ-ອອກ.
ການເຄື່ອນຍ້າຍພະນັກງານເຂົ້າ-ອອກສະໜາມແມ່ນຖືກສັ່ງໂຈະທັນທີ. ການຊອກຫາຜູ້ສໍາຜັດໃກ້ຊິດແມ່ນເລີ່ມປະຕິບັດທັນທີ ແລະ ບຸກຄົນປະຈໍາສະໜາມທັງໝົດທີ່ລະບຸວ່າເປັນຜູ້ສໍາຜັດໃກ້ຊິດຜູ້ຕິດເຊື້ອໄດ້ຖືກແຍກປ່ຽວ. ສະໜາມ ຈະຍັງສືບຕໍ່ປິດເຂົ້າ-ອອກ ຈົນກວ່າໄດ້ຮັບຄໍາແນະນໍາຈາກລັດຖະບານ.
ປັດຈຸບັນ ພະນັກງານບໍລິສັດຂອງຜູ້ຮັບເໝົາໄດ້ຮັບສົ່ງໂຕອອກຈາກສະຖານທີ່ປິ່ນປົວປະຈໍາສະໜາມ ດ້ວຍລົດນໍາສົ່ງຄົນເຈັບ, ບໍລິສັດຈະສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ຮັບເໝົາດັ່ງກ່າວ ແລະ ຄອບຄົວຂອງລາວ ແລະ ຮຽກຮ້ອງໃຫ້ເຄົາລົບຄວາມເປັນສ່ວນຕົວຂອງພວກກ່ຽວ.
ບຸກຄົນທີ່ລະບຸເປັນຜູ້ສໍາຜັດໃກ້ຊິດຂອງກໍລະນີຕິດເຊື້ອແມ່ນໄດ້ເຂົ້າກວດຫາເຊື້ອໂຄວິດ-19 ແລະ ຜົນກວດເປັນລົບ. ບຸກຄົນເຫຼົ່ານີ້ຍັງຄົງສືບຕໍ່ແຍກປ່ຽວຢູ່ໂຮງງານພູຄໍາ ແລະ ຈະສືບຕໍ່ມີການຕິດຕາມ ແລະ ເບິ່ງແຍງທຸກວັນໂດຍທີມແພດສະເພາະ, ແລະ ເຮັດວຽກຢ່າງໜັກ.
ບໍລິສັດແມ່ນ, ແລະ ຈະສືບຕໍ່, ເຮັດວຽກຢ່າງໃກ້ຊິດນໍາລັດຖະບານລາວ ກໍຄືລັດຖະບານແຂວງ ແລະ ພາກສ່ວນຄະນະສະເພາະກິດສູນກາງ ແລະ ແຂວງເພື່ອຊ່ວຍຕິດຕາມຊອກຫາຜູ້ສໍາຜັດໃກ້ຊິດ ເຊິ່ງປະຈຸບັນ ພວມດໍາເນີນຢູ່.
ບໍລິສັດແມ່ນ, ແລະ ຈະສືບຕໍ່, ເຮັດວຽກຢ່າງໃກ້ຊິດນໍາລັດຖະບານລາວ ກໍ່ຄືລັດຖະບານແຂວງ ແລະ ພາກສ່ວນຄະນະສະເພາະກິດສູນກາງ ແລະ ແຂວງເພື່ອຊ່ວຍຕິດຕາມຊອກຫາຜູ້ສໍາຜັດໃກ້ຊິດ ເຊິ່ງປະຈຸບັນພວມດໍາເນີນຢູ່.
ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ຊີ້ແຈ້ງວ່າ ເຖິງແມ່ນມີສະພາບດັ່ງກ່າວກໍ່ຕາມ, ກໍລະນີຕິດເຊື້ອກວດພົບໄດ້ ຍ້ອນມາດຕະການຄວາມປອດໄພດ້ານໂຄວິດ-19 ຂອງບໍລິສັດທີ່ເຂັ້ມງວດ, ເປັນຄວາມເຊື່ອໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ໃນຄວາມເຂັ້ມແຂງຂອງມາດຕະການເຫລົ່ານີ້ ເພື່ອປົກປ້ອງແຮງງານ ແລະ ຊຸມຊົນຂອງບໍລິສັດ.
ທ່ານ ຈັນເພັງ ກ່າວວ່າ: ສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີພາບຂອງແຮງງານທັງໝົດຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ຈະສືບຕໍ່ເປັນບູລິມະສິດອັນດັບຕົ້ນຂອງບໍລິສັດ.
ທ່າມກາງການລະບາດຂອງພະຍາດໂຄວິດ, ບໍລິສັດ ໄດ້ຈັດຕັ້ງປະຕິບັດລະບຽບການຄວາມປອດໄພທີ່ເຂັ້ມງວດ ເພື່ອປ້ອງກັນການ ຕິດເຊື້ອທີ່ເປັນໄປໄດ້ຢູ່ສະໜາມ, ລະບຽບການເຫລົ່ານີ້ ລວມມີການກວດອຸນຫະພູມຂອງແຮງງານບໍລິສັດເປັນປະຈໍາ ແລະ ການທໍາຄວາມສະອາດລົດຂົນສົ່ງ ແລະ ສິນຄ້າຂາເຂົ້າທັງໝົດ. ບຸກຄະລາກອນທັງໝົດຍັງຕ້ອງໃສ່ຜ້າປິດປາກ-ດັງຕະຫຼອດເວລາ, ຮັກສາໄລຍະ ຫ່າງຢ່າງໜ້ອຍ 1.5 ແມັດ ລະຫວ່າງຕົນເອງ ແລະ ຄົນອື່ນໆ ແລະ ລ້າງມື ແລະ ທໍາຄວາມສະອາດມືຂອງຕົນເປັນປະຈໍາ.
ນອກຈາກນັ້ນ, ບຸກຄະລາກອນປະຈໍາສະໜຫາມທີ່ຈະເຂົ້າສະໜາມ ຕ້ອງໄປກັກໂຕຢູ່ສະຖານທີ່ກັກໂຕທີ່ຄວບຄຸມໂດຍບໍລິສັດເປັນເວລາ 7 ວັນ, ມີການກວດໂຄວິດ-19 ເປັນລົບກ່ອນເຂົ້າສະໜາມ ແລະ ຍັງກວດໂຄວິດ-19 ອີກຕອນຢູ່ສະໜາມ.
ກໍລະນີຕິດເຊື້ອທີ່ກວດພົບຫວ່າງບໍ່ດົນຢູ່ໂຮງງານ ພູຄໍາ ຂອງບໍລິສັດ ແມ່ນສາມາດກວດພົບຈາກພາກສ່ວນລະບຽບການຄວາມປອດ ໄພເຫລົ່ານີ້ ແລະ ສະແດງໃຫ້ເຫັນວ່າ ພະນັກງານຈະສືບຕໍ່ປະຕິບັດຕາມລະບຽບດັ່ງກ່າວ.
ນອກຈາກລະບຽບການເຫລົ່ານີ້, ບໍລິສັດ ໄດ້ສັກວັກຊີນໃຫ້ແຮງງານທັງໝົດຂອງບໍລິສັດເຊິ່ງລວມພະນັກງານບໍລິສັດຜູ້ຮັບເໝົາຫລາຍ ກວ່າ 96 ສ່ວນຮ້ອຍ ເພື່ອສະໜັບສະໜູນໂຄງການສັກວັກຊີນຕ້ານພະຍາດໂຄວິດ-19 ຂອງລັດຖະບານ ລາວ.
ໃນນາມພະນັກງານທຸກຄົນຢູ່ບໍລິສັດ ພູເບ້ຍ ມາຍນິງ, ບໍລິສັດ ຢູ່ຄຽງຂ້າງພະນັກງານບໍລິສັດຜູ້ຮັບເໝົາທີ່ກວດພົບເຊື້ອໂຄວິດ-19 ແລະ ຫວັງວ່າຜູ້ກ່ຽວຈະປິ່ນປົວຫາຍດີໃນໄວໆນີ້.