ຂ່າວລາຍວັນ

ເຊົາຫວັງຖືກເລກ 800 ລ້ານ ແລ້ວຫັນມາປູກຂີງພີ້ເດີ້ ແນວຊິໄດ້ເງິນ ສ້າງລາຍຮັບຫຼາຍລ້ານກີບ/ປີ

ປູກຂິງຂາຍກໍ່ມີລາຍຮັບດີ ການຊອກລາຍຮັບເພີ່ມນຳມາພັດທະນາຄອບຄົວໃຫ້ຮັ່ງມີເຂັ້ມແຂງມີຫຼາຍວິທີຫຼາຍຮູບແບບ

ຖ້າມີຄວາມດຸໝັ້ນຂະຫຍັນພຽນເຊື່ອໝັ້ນໃນສິ່ງທີ່ຈະເຮັດສາມາດສ້າງລາຍຮັບ ແລະ ພາຄອບຄົວພົ້ນທຸກໄດ້ຄືດັ່ງຄອບຄົວຂອງ ທ່ານ ໄຊຈູຊົງ ເຊິ່ງເປັນປະຊາຊົນຢູ່ ບ້ານແກ້ວກວາງ ເມືອງຊຳເໜືອ ເປັນຄອວຄົວໜຶ່ງທີ່ເປັນຄອບຄົວແບບຢ່າງໃນການປູກຂິງຂາຍສ້າງລາຍຮັບເຂົ້າສູ້ຄອບຄົວ

ເພິ່ນໄດ້ໃຫ້ສຳພາດວ່າ: ນັບແຕ່ຢ້າຍແຕ່ ບ້ານພູໂລ້ນ ມາຢູ່ ບ້ານແກ້ວກວາງ ເປັນເວລາ 20 ກວ່າປິແລ້ວ ໃນເບື້ອງຕົ້ນທີ່ຍົກຍ້າຍມາພາຄອບຄົວຖາງປ່າເຮັດໄຮ່ແບບເລື່ອນລອຍ ເພື່ອປູກເຂົ້າ, ປູກສາລີ, ປູກຂິງ ແລະ ພືດຜັກອື່ນໆເພື່ອຮັບໃຊ້ຄອບຄົວ ເພາະບ້ານແກ້ວກວາງ ຕັ້ງຢູ່ເນີນສູງ ບໍ່ມີເນື້ອທີ່ນາການຜະລິດຜ່ານມາປູກຫຼາຍແຕ່ໄດ້ຮັບຜົນໜ້ອຍເຮັດໃຫ້ຄອບຄົວມີຄວາມທຸກຍາກຫຼາຍ ສະນັ້ນຈຶ່ງປຶກສາຄອບຄົມຍາກຊອກຢູ່ຫາກິນແບບໃດທີ່ຈະເຮັດໃຫ້ຄອບຄົວພົ້ນທຸກມີຢູ່ມີກິນ ມາຮອດປີ 2012 ເຫັນວ່າມີນັກທຸລະກິດຊາວຫວຽດນາມມາເກັບຊື້ຂິງເປັນຈຳນວນຫຼາຍ

ຈຶ່ງໄດ້ປຶກສາກັບຄອບຄົວຫັນມາປູກຂິງ ເພາະການປູກຂິງແມ່ນປູກງ່າຍ, ບົວລະບັດງ່າຍ ແລະ ປູກແບບທຳມະຊາດໄດ້ຮັບຜົນຜະລິດຫຼາຍກວ່າການປູກພືດຊະນິດອື່ນ ແຕ່ລະປີເລີ່ມປູກຂິງແຕ່ເດືອນເມສາ ແລະ ເກັບກູ້ຜົນຜະລິດເດືອນທັນວາ ຂອງທຸກໆປີ.

ໂດຍນຳເອົາແນວຂິງຢູ່ໄຮ່ຢູ່ສວນມາປູກຂະຫຍາຍອອກ ແລະ ເກັບຂາຍໃຫ້ນັກທຸລະກິດຊາວຫວຽດນາມ ໃນລາຄາກິໂລລະ 2.000-3.000 ກີບ ປີທຳອິດຂາຍໄດ້ປະມານ 5.000.000 ກີບ ຫາ 6.000.000 ກີບ/ປີ.

ເຫັນວ່າການປູກຂິງມີລາຍຮັບດີ ແລະ ພາຄອບຄົວຂະຫຍາຍເນື້ອທີ່ປູກຂິງຫຼາຍຂຶ້ນກວ່າເກົ່າ, ມາຮອດປີ 2020 ລາຄາຂິງໄດ້ເພີ່ມຂຶ້ນຈາກ 2.000-3.000 ກີບ ມາເປັນ 5.000-8.000 ກີບ ສະເພາະປີ 2020 ສາມາດເກັບກູ້ຜົນຜະລິດ ແລະ ຂາຍໄດ້ 150.000.000 ກີບ/ປີ ສະເພາະປີ 2021 ຄອວຄົວຂອງ ທ່ານ ໄຊຈູຊົງ ໄດ້ຂະຫຍາຍເນື້ອທີ່ປູກຂິງ 3 ເຮັກຕາ ຄາດວ່າຈະສາມາດເກັບກູ້ຜົນຜະລິດໄດ້ໄດ້ຂາຍໄດ້ປະມານ 400.000.000 ກີບ ຫາ 500.000.000 ກີບ/ປີ.

ຂອບໃຈທີ່ມາ: ໂທລະພາບແຂວງຫົວພັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!