ຂ່າວລາຍວັນ
ແຊບອກຕໍ່ ແຈ້ງໃຫ້ກະກຽມເຄື່ອງໃຊ້ຈຳເປັນ
ກຽມລ໋ອກດາວຂັ້ນສູງ! ຫ້ອງວ່າການແຂວງສາລະວັນ ແຈ້ງໃຫ້ກະກຽມເຄື່ອງໃຊ້ຈຳເປັນ ເພື່ອກຽມເປີດການລ໋ອກດາວ
ຫ້ອງວ່າການແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ເນື່ອງຈາກປັດຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ ຢູ່ແຂວງສາລະວັນ ມີທ່າອ່ຽງຮຸນເເຮງຂຶ້ນ ໂດຍສະເພາະການລະບາດໃນຊຸມຊົນ ເພິ່ນຈຶ່ງໄດ້ອອກແຈ້ງການໃຫ້ກຽມພ້ອມໃນການລ໋ອກດາວ

ໃຫ້ກະກຽມຈັດຊື້ສະບຽງອາຫານ ແລະເຄື່ອງໃຊ້ທີ່ຈໍາເປັນ ເພື່ອແຮໄວ້ໃຊ້ໃນຊ້ວງໄລຍະການລ໋ອກດາວແຂວງຂັ້ນສູງ ເພື່ອສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ໃນຊຸມຊົນຢູ່ແຂວງສາລະວັນ
ຫ້າມຊາວຄ້າ-ຂາຍ ສວຍໂອກາດກັກຕຸນສິນຄ້າ ຫຼື ຂື້ນລາຄາສິນຄ້າ ໃນຊ້ວງໄລຍະນີ້ ຢ່າງເດັດຂາດ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ຄົ້ນຄວ້າສະໜອງແນວພັນແນະນຳໃຫ້ປະຊາຊົນຫັນມາປູກຝັງ-ລ້ຽງສັດ ກຸ້ມຕົນເອງໃຫ້ຫຼາຍຂຶ້ນ ໃນໄລຍະລ໋ອກດາວ
