ຂ່າວລາຍວັນ
ຄົນໄທລະເມີດຊາຍແດນ…ຂ້າມມາຮັບເອົາຄົນຂ້າມຝັ່ງ
ຄົນໄທລະເມີດຊາຍແດນ…ຂ້າມມາຮັບເອົາຄົນຂ້າມຝັ່ງ
ເວລາ 21 ໂມງ 15 ນາທີ ຂອງວັນທີ 7 ກັນຍາ 2021, ທະຫານຊາຍແດນກອງຮ້ອຍ 245 ອອກລາດຕະເວນ ພົບເຫັນການລະເມີດຊາຍແດນ, ລັກລອບເອົາເຮືອຂ້າມມາຈອດຢູ່ຝັ່ງລາວ
ຈຶ່ງນຳຕົວມາສອບສວນຮູ້ໄດ້ວ່າ: ທ້າວ ມານັດ ອາຍຸ 40 ປິ, ສັນຊາດໄທ ປະຊາຊົນ ບ້ານ ນ້ຳເປ ເມືອງລັດຕະນະວາປີ ແຂວງໜອງຄາຍ ປະເທດໄທ ເຊິ່ງຜູ້ກ່ຽວໄດ້ຖືກນາຍໜ້າຈ້າງມາຮັບເອົາຄົນຂ້າມໄປໄທ ໂດຍໄດ້ຮັບຄ່າຈ້າງ 500 ບາດ/ຄົນ,
ດັ່ງນັ້້ນຈຶ່ງສົ່ງມອບໃຫ້ ພະແນກສັນຕິບານເມືອງປາກງື່ມດຳເນີນຄະດີຕາມກົດໝາຍກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງປະຊາຊົນທີ່ອາໄສຢູ່ເຂດຊາຍແດນແມ່ນ້ຳຂອງ
ຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ພົບເຫັນການລະເມີດແຈ້ງເບີວອບແອັບ 020 28899774 ຫຼື ຜ່ານທາງຂໍ້ຄວາມເຟສບຸກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.