ລາວເຮົາ ມີ ພື ດ ຜັ ກ, ຕົ້ນໄມ້ໃບຫຍ້າ
ລາວເຮົາມີພືດຜັກ, ຕົ້ນໄມ້ໃບຫຍ້າ ທີ່ສາມາດນຳມາປຸງແຕ່ງເປັນຢາພື້ນເມືອງປົວພະຍາດ ແລະ ມີສັບພະຄຸນຫຼາຍຢ່າງ ດັ່ງທີ່ຫຼາຍຄົນອາດໄດ້ຍິນຂ່າວມາແນ່ແລ້ວວ່າ ລາວເຮົາທົດລອງຢາປົວພະບາດໂຄວິດ
ໂດຍ ສປປ ລາວ ເຂົ້າໃນການປ້ອງກັນ ແລະ ປີ່ນປົວ ກໍຄືພືດທີ່ໃຊ້ເປັນຢາພື້ນເມືອງ 3 ຊະນິດ ຄື ລາຊາບີ, ຄາວທອງ ແລະ ກະຊາຍຂາວ ຈາກການຄົ້ນຄວ້າຂອງສະຖາບັນການແພດ ແລະ ຢາພື້ນເມືອງ ມີຂໍ້ມູນ ແລະ ຫລັກຖານການຄົ້ນຄວ້າທີ່ສອດຄ່ອງກັນວ່າສາມາດນໍາໃຊ້ເຂົ້າໃນການປ້ອງກັນ, ປີ່ນປົວ ແລະ ຢັບຢັ້ງເຊື້ອພະຍາດໂຄ ວິ ດ ໄດ້ດີສົມຄວນ,

ກະຊວງສາທາລະນະສຸກ ໄດ້ສັ່ງຊື້ຈາກສະຖາບັນດັ່ງກ່າວເພື່ອນໍາໄປແຈກຢາຍໃຫ້ບັນດາແຂວງໃນທົ່ວປະເທດເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະປີ່ນປົວພະຍາດໂຄວິດ ໄປຄຽງຄູ່ກັບການປິ່ນປົວຜູ້ຕິດເຊື້ອຕາມອາການຂອງຄົນເຈັບທີ່ເຄີຍປະຕິບັດໄລຍະຜ່ານມາ.

ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກຢັ້ງຢືນຕື່ມວ່າ ຢາພື້ນເມືອງ 3 ຊະນິດຄື ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ເປັນຢາທີ່ສາມາດສ້າງພູມຄຸ້ມກັນໃຫ້ຮ່າງກາຍໄດ້ ແຕ່ຢາເຫລົ່ານີ້ບໍ່ຄວນກິນເກີນ 7 ມື້ ຖ້າກໍລະນີຢາກກິນຕໍ່ຕ້ອງໄດ້ພັກ 3 ມື້ກ່ອນ ຫລືອາດປະຕິບັດຕາມຄຳແນະນໍາຂອງແພດໝໍຈີ່ງມີປະສິດທິຜົນດີທີ່ສຸດ.

ດັ່ງນັ້ນ, ເພື່ອຄວາມສະດວກໃນການນຳໃຊ້ ສະຖາບັນການແພດ ແລະ ຢາພື້ນເມືອງໄດ້ຄົ້ນຄວ້າ ແລະ ຜະລິດຢາ ຊະນິດແຄັບຊຸນເປັນຕົ້ນແມ່ນ ລາຊາບີ, ຄາວທອງ ແລະ ກະຊາຍຂາວ ອອກຮັບໃຊ້ສັງຄົມແລ້ວ.

ຕາມການຖະແຫຼງຂ່າວຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃນວັນທີ 7 ກັນຍາ 2021 ນີ້ໃຫ້ຮູ້ວ່າ: ຢາທີ່ຜະລິດຈາກຢາພື້ນເມືອງດັ່ງກ່າວ ປະຈຸບັນແມ່ນໄດ້ຈັດສົ່ງໃຫ້ບັນດາແຂວງທີ່ມີການລະບາດເປັນຕົ້ນແມ່ນແຂວງສະຫວັນນະເຂດ, ຈໍາປາສັກ ແລະ ສາລະວັນ ເພື່ອປິ່ນປົວຄົນເຈັບຈໍານວນ 450 ຄົນ
ນອກຈາກນີ້ຍັງໄດ້ສົ່ງຢາພື້ນເມືອງທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ສປ ຈີນສົ່ງໃຫ້ບັນດາແຂວງທົ່ວປະເທດຈໍານວນຫນື່ງ, ຢາພື້ນເມືອງດັ່ງກ່າວນີ້ແມ່ນມີຜົນດີໃນການປ້ອງກັນ ແລະ ປິ່ນປົວພະຍາດທາງລະບົບຫາຍໃຈກໍ່ ຄືພະຍາດໂຄວິດ