ຂ່າວລາຍວັນ

ຢ່າປະຫມາດເດີ້ ພີ່ນ້ອງ

ແພດຈີ ນເຕືອ ນຖ້າປະຊາຊົນລາວເຮົາຍັງຖືເບົ່າ

ເຕືອນ:ຂ້ອຍອອກມາເຕືອນທຸກຄົນຢາກໃຫ້ທຸກຄົນ ພາກັນຮັກສາສຸຂະພາບ ແລະ ລະມັດລະວັງໂຕແນ່ເດີ້ ຈາກການປະຊຸມຂອງກະຊວງສາທາມື້ນີ້

ແພດຈີນປະເມີນໃຫ້ປະເທດເຮົາວ່າ ຖ້າມີການລະບາດປະເທດລາວຈະຮັບບໍ່ໄຫວ ເພາະເຄື່ອງມືການແພດບໍ່ທັນສະໄຫມ ບໍ່ພຽງພໍ ເຄື່ອງກວດກາໄດ້ຜົນຊ້າ ການຄັດກອງຄົນກໍ່ບໍ່ໄດ້ມາດຕະຖານ ການກັກໂຕກາບໍ່ໄດ້ດີ ເພາະຢູ່ກັນ ກິນເຂົ້າຮ່ວມກັນເປັນກຸ່ມກ້ອນ

ຄົນພາຍນອກກໍ່ໄປມາຫາສູ່ກັນຢູ່ ຢູ່ຈີນເພິ່ນກັກຕົວແມ່ນກັກໂຕປ່ຽວ ກິນໃຜກິນມັນ ຢູ່ຮ່ວມກັນຕ້ອງເວັ້ນໄລຍະຫ່າງ ທາງທີ່ດີຢ່າອອກໄປໃສ ຖ້າບໍ່ຈຳເປັນ ອອກໄປຕ້ອງໃສ່ຜ້າປິດປາກ ໃສ່ຖົງມື ລ້າງມືໃສ່ສະບູ່ເປັນປະຈຳ

ອອກບ້ານໄປກັບບ້ານຕ້ອງອາບນ້ຳປ່ຽນເຄື່ອງໂລດ ດ້ວຍຄວາມເປັນຫ່ວງເດີ ສະບາຍດີເພື່ອນທຸກຄົນແລະຊາວລາວທົ່ວປະເທດມື້ນີ້ຮູ້ສືກບໍ່ສະບາຍໃຈແລະຄົງຈະນອນບໍ່ຫຼັບຫຼັງຈາກລົມກັບທີມງານທີ່ຫາກໍ່ປະຊຸມ EOC ຮວ່ມກັບຊ່ຽວຊານຈີນ,ເຊີ່ງເພີ່ນໄດ້ເວົ້າຫຼາຍຢ່າງເຖີງການຖືເບົາ ແລະ ການປະໝາດຂອງຄົນລາວເຮົາຕໍ່ກັບການປອ້ງກັນພະຍາດຮ້າຍນີ້.

ຖ້າຄົນລາວເຮົາບໍ່ພ້ອມໃຈກັນປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຄັ່ງຄັດແລ້ວ ລາວເຮົາຈະຕາຍເກື່ອນກັນ,ບໍ່ແຕກຕ່າງຫຍັງກັບຊາວອີຕາລີ່ ເພາະໂຮງໝໍ ອຸປະກອນ ແລະ ບຸກຄະລາກອນການແພດເຮົາບໍ່ພຽງພໍທີ່ຈະຮັບມືກັບການລະບາດແນ່ນອນ.

ປົວຜູ້ຫນື່ງຍັງຜູ້ຫນື່ງ ຄິດເບີ່ງນຳກັນວ່າເຄື່ອງຊ່ວຍຫາຍໃຈຂອງພວກເຮົາມີຈັກເຄື່ອງ? ໂຮງໝໍເຮົາມີຈັກຫ້ອງນອນ? ແພດໝໍເຮົາມີຈັກຄົນ? ຖ້າແພດຕິດເຊື້ອຕື່ມເດຈະເຮັດແນວໃດ? ເບິ່ງຄົນທີ່ຕາຍລະເນລະນາດນັ້ນ,ແມ່ນຍ້ອນບໍ່ມີໂອກາດໄດ້ປິ່ນປົວ ບໍ່ແມ່ນຕາຍຍ້ອນປົວບໍ່ດີ ສະນັ້ນທຸກຄົນຢ່າຖືເບົາເດັດຂາດ.

ເຄັ່ງຄັດເດີຖ້າໃຜບໍ່ທັນຢາກຕາຍ ພະຍາດອັນນີ້ມັນອັນຕະລາຍຍີ່ງກວ່າທີ່ຄິດ,ຄຸມບໍ່ຢູ່ອີ່ຫຼີແທ້ໃດ.ໃຜທີ່ຍັງບໍ່ທັນຢາກຕາຍຢ່າງທໍລະມານຍ້ອນຕິດເຊື້ອໂຄວິດ ແມ່ນຕ້ອງຕື່ນຕົວປະຕິບັດຕາມຄຳສັ່ງຂອງລັດຖະບານ ຢ່າອອກນອກເຮືອນ(ຍົກເວັ້ນຜູ້ທີ່ມີພັນທະຮັບຜິດຊອບຕາມການມອບໝາຍ ແລະ ໄປຊື້ເຄື່ອງອຸປະໂພກບໍລິໂພກ ແລະ ໄປໂຮງໝໍ) (ນີ້ເປັນພຽງພາບປະກອບເທົ່ານັ້ນເດີ້)‼️

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!