ອ່ານໃຫ້ຮູ້!.. ແຈກສູດຢາດີ ເຈັບກະເພາະ ເຊີ່ງ ຫລາຍຄົນໃຊ້ສູດຢານີ້ດີແລ້ວ.
ສູດຢາດີກະເພາະທີ່ສຸດຍອດ ໃຜຍັງບໍ່ຮູ້ກໍ່ຮີບແຊເກັບໄວ້ເພື່ອເປັນບົດຮຽນ ໂດຍສະເພາະທ່ານຜູ່ເຈັບກະເພາະຕ້ອງລອງເຮັດສູດນີ້ ບາງຄັ້ງອາດຈະຊ່ວຍທ່ານໄດ້.ເຊີ່ງຂັ້ນຕອນ ຫລື ວິທີການໃຊ້ແມ່ນງ່າຍໆ ເຊີ່ງມີລາຍລະອຽດດັ່ງນີ້:

ວິທີໃຊ້: ກ່ອນທ່ານໄປເກັບຫລືໄປເອົາໃບຢານີ້ (ຊື່່ບ້ານເຮົາເອີ້ນດອກໂພເນຍແດງ. ບາງຄັ້ງບ້ານທ່ານຈະເອີ້ນຕ່າງ) ແມ່ນຖ້າຜູ້ປ່ວຍເປັນເພດຍິງແມ່ນ ໃຫ້ເອົາ 7 ໃບ, ຖ້າເປັນຜູ້ຊາຍ ໃຫ້ເອົາ 9 ໃບ(ແຕ່ຕ້ອງນັບຈາກໃບທຳອິດ ຂອງກົກຕົ້ນ ໄປຫາປາຍຕົ້ນ) .

ຫລັງຈາກເກັບໃບຢານີ້ໄດ້ມາແລ້ວ ໃຊ້ມິດມາຊວຍເປັນເສັ້ນນ້ອຍ ບໍ່ຕ້ອງຊວຍເປັນເສັ້ນຍາວໆ.ຫລັງຈາກຊວຍແລ້ວ ໃຫ້ເອົາໄຂ້ ຫນື່ງຫນ່ວຍ ມາປອກເອົາແຕ່ນ້ຳໄຂ່ດ້ານນອກ ຫລື ເອົາແຕ່ສ່ວນນ້ຳຂຸ່ນສີຂາວ. ສ່ວນທິ່ເປັນສີເຫລືອງແມ່ນບໍ່ຕ້ອງເອົາ.

ມາປົນກັບເນື້ອໃບຢາທີ່ເຮົາຊວຍໄດ້ແລ້ວຄົນໃຫ້ເຂົ້າກັນຫລືໃຫ້ແຫລກຫມົດ.ເມື່ອຄົນເຂົ້າກັນຫມົດແລ້ວໃຫ້ເອົາໃບຕອງມາຫໍ່ແລ້ວເອົາໄປຫນື້ງຫລືຈີ່ກໍ່ໄດ້ ເໃື່ອສຸກແລ້ວກໍ່ເອົາມາກິນ.

ວິທີກິນ: ກິນຕອນເຈັບຫລືບໍ່ເຈັບກໍ່ໄດ້, ມື້ຫນື່ງກິນ 2-3 ເທື່ອ ແຕ່ຕ້ອງກິນກ່ອນອາຫານປະມານ 10 ນາທີ. ຖ້າກະເພາະທ່ານເຈັບຫນັກແລ້ວ ຕ້ອງກິນແບບນີ້ໄປຈົນເຖິງ 1-2ເດືອນຈື່ງຈະເຊົາຂາດໄດ້.
ເຊິ່ງທີ່ຕ້ອງຂະລຳ: ບໍ່ຕ້ອງກິນຫນໍ່ໄມ້, ບໍ່ຕ້ອງກິນນ້ຳມັນຫມູ ແລະ ຊີ້ນຫມູ, ບໍ່ຕ້ອງກິນເພັດ ແລະ ແປ້ງນົວ,ຕ້ອງກິນອາຫານທີ່ອ່ອນສຸກດີ.

ທ່ານຕ້ອງຂະລຳນັບແຕ່ມື້ທ່ານກິນສູດຢານີ້ຈົນກວ່າອາການຂອງທ່ານເຊົາດີແລ້ວ. ສູດຢາດີໆແບບນີ້ຕ້ອງເກັບໄວ້ເດີທ່ານ. ຖ້າໃຈບໍ່ດີກະບໍ່ບອກໃຫ້ແທ້ໆ