ຕັ້ງວົງຊຸມແຊວ! ເຈົ້າຂອງເຮືອນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍລະຫວ່າງກັກໂຕ 14 ມື້ພ້ອມ
ຕັ້ງວົງຊຸມແຊວ! ເຈົ້າຂອງເຮືອນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍລະຫວ່າງກັກໂຕ 14 ມື້ພ້ອມ
ກັກກັນຜູ້ລະເມີດກັບທີ່ ເຈົ້າຂອງເຄຫາສະຖານຮັບຜິດຊອບຄ່າໃຊ້ຈ່າຍຈົນກວ່າຈະຄົບ 14 ວັນ ເວລາ 22:20 ໂມງຂອງວັນທີ 01 ກັນຍາ 2021, ເຈົ້າໜ້າທີ່ ພະແນກຕຳຫຼວດທ່ອງທ່ຽວ ຫ້ອງສັນຕິບານ
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກອງພັນເຄື່ອນທີີ່ໄວ,ອຳນາດການປົກຄອງບ້ານ, ປກສ ກອງຫຼອງບ້ານ ດົງນາທອງ ເມືອງສີໂຄດຕະບອງ ນວລົງກວດພົບຮ້ານຂາຍເຄື່ອງທາງອອນລາຍຂອງນາງ ຫຼຽນຄຳ ອາຍຸ 24 ປີ ຢູ່ບ້ານ ດົງນາທອງ ເມືອງສີໂຄດຕະບອງ ນວ
ທີ່ມີການຊຸມແຊວກິນດື່ມທາດເຫຼົ້າ(ປະເພດເບຍ) ແລະ ເປີດເພັງສົ່ງສຽງເນື່ອງນັນລົບກວນຄົນອ້ອມຂ້າງສ້າງມົນລະພິດທາງສຽງເດືອດຮ້ອນລຳຄານໃຫ້ແກ່ຄົນຢູ່ໃກ້ຄຽງທັງເປັນການລະເມີດຕໍ່ຄໍາສັ່ງ, ແຈ້ງການຂັ້ນສູນກາງ ເຈົ້າໜ້າທີ່ກອງບັນຊາການ ຈຶ່ງໄດ້ອອກຄຳສັ່ງໃຫ້ກັກກັນບໍລິເວນກັບທີ່ ຈົນຄົບ 14 ວັນ ພ້ອມຮັບຜິດຊອບໃຊ້ຈ່າຍສິ້ນເປືອງໃນການກັກກັນໃນຄັ້ງນີ້.
ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕໍ່ໍກັບບັນດາຮ້ານທີ່ລະເມີດຄຳສັ່ງ ແລະ ແຈ້ງການພວກເຮົາໄດ້ສຸມໃສ່ແກ້ຢ່າງເດັດຂາດ ເພື່ອ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃນເວລາປະຕິບັດໜ້າທີ່ ພວກເຮົາ ພົບເຫັນຮ້ານດັ່ງກ່າວ ເປີດເພັງສົ່ງສຽງເນື່ອງນັນຊຸມແຊວມີໄວລຸ້ນຈຳນວນ 10 ຄົນ,
ຍິງ 3 ຄົນ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົົບຮົມກ່າວເຕືອນ ແລະ ມອບໃຫ້ອຳນາດການປົກຄອງບ້ານຈຳກັດບໍລິເວນ ພວກກ່ຽວຢູ່ສະຖານທີ່ດັ່ງກ່າວເປັນເວລາ 14 ວັນ ຕາມມາດຕະການຄະນະສະເພາະກິດກຳນົດໄວ້ ພ້ອມທັງສະເໜີຂະແໜງການທີ່ກ່ຽວຂ້ອງເກັບຕົວຢ່າງ ເພື່ອຊອກຫາເຊື້ອພະຍາດໂຄວິດ-19ສ່ວນຄວາມຮັບຜິດຊອບໃນການໃຊ້ຈ່າຍເຂົ້າໃນການໃຊ້ຈ່າຍກິນຢູ່ກວດກາຫາເຊື້ອພະຍາດມອບໃຫ້ ນາງ ຫຼຽນຄຳ
ເຈົ້າຂອງສະຖານທີ່ເປັນຜູ້ຮັບຜິດຊອບທັງໝົດ. ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງບັນດາຫ້າງຮ້ານທຸລະກິດທຸກພາກສ່ວນ ໃນໄລຍະປະຕິບັດຄຳສັ່ງແຈ້ງການໃຫ້ພ້ອມກັນປະຕິບັດຢ່າງເຂັ້ມງວດ ເພື່ອປ້ອງກັນພະຍາດໂຄວິດ
ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ ແລະ ຊ່ວຍກັນປະຕິບັດພັນທະລາຍງານຕໍ່ເຈົ້າໜ້າທີ່ ຖ້າພົບເຫັນເຫດການທີ່ລະເມີດໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ໃກ້ຄຽງ ຫຼືລາຍງານທາງເບີວອດແອບ 02028899774 ຫຼືທາງເຟດບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັ
ນ.