ຂ່າວລາຍວັນ

ຂ່າວດີ ມອບເຮືອນ

🏠ພິທີມອບ-ຮັບບ້ານຈັດສັນ ບ້ານເມືອງມ່ວນ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 2 ກັນຍາ 2021

ພາຍຫຼັງກໍ່ສ້າງສຳເລັດ ລະຫວ່າງ ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໃນນາມເຈົ້າຂອງໂຄງການ ເຂື່ອນໄຟຟ້າ ນໍ້າເທີນ 1 ແລະ ອົງການປົກຄອງແຂວງ ບໍລິຄໍາໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີຮອງເຈົ້າແຂວງ, ເຈົ້າເມືອງວຽງທອງ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດນໍ້າເທີນ 1, ມີບັນດາການນໍາຂັ້ນແຂວງ-ຂັ້ນເມືອງ, ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ປໍລີ ຜູ້ຈັດການພາກສະໜາມ ໄດ້ຜ່ານບົດລາຍງານໃນການກໍ່ສ້າງບ້ານຈັດສັນ ບ້ານເມືອງມ່ວນ ໃຫ້ປະຊາຊົນທີຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1, ບ້ານຈັດສັນ ເມືອງມ່ວນ ໄດ້ເລີ່ມບຸກເບີກກໍ່ສ້າງມາແຕ່ກາງເດືອນມີນາ 2020 ມາຮອດ ວັນທີ 23 ສິງຫາ 2021 ໄດ້ສໍາເລັດ, ມີເຮືອນທັງໝົດ 88 ຫຼັງ, ມີ 4 ຂະໜາດເຮືອນຄື:

ຂະໜາດ 48 ແມັດກະເລ ຈໍານວນ 1 ຫຼັງ,ຂະໜາດ 50 ແມັດກະເລ 14 ຫຼັງ, ຂະໜາດ 60 ແມັດກະເລ 41 ຫຼັງ, ຂະໜາດ 70 ແມັດກະເລ 32 ຫຼັງ, ກໍ່ສ້າງໂຮງຮຽນປະຖົມ 1 ຫຼັງ ຂະໜາດ 508 ແມັດກະເລ ແບ່ງອອກເປັນ 6 ຫ້ອງ, ຫ້ອງການບ້ານ 1 ຫຼັງ ຂະໜາດ 96 ແມັດກະເລ, ກໍ່ສ້າງກັນເຈື່ອນຂອງເນື້ອທີ່ດີນປຸກເຮືອນມີຄວາມຍາວ 293 ແມັດ, ສູງ 2 ແມັດ, ກໍ່ສ້າງເສັ້ນທາງພາຍໃນບ້ານປູດ້ວຍເບດຄຼອດ ຍາວ 1.919 ແມັດ, ກ້ວາງ 7 ແມັດ, ສ້າງຄອງລະບາຍນໍ້າ ຍາວ 2.319 ແມັດ ແລະ ສໍາເລັດການດຶງຕາຂ່າຍໄຟຟ້າ 22 ກວ ແລະ 0,4 ກວ ເຂົ້າບ້ານ.

ໃນພິທີໄດ້ມີການເຊັນມອບ-ຮັບ ລະຫວ່າງບໍລິສັດ ແລະ ອົງການປົກຄອງແຂວງ ເພື່ອມອບຕໍ່ໃຫ້ເມືອງແລ້ວເມືອງມອບຕໍ່ໃຫ້ບ້ານເປັນຜູ້ຢູ່ ແລະ ປົກປັກຮັກສາຕໍ່ໄປ. ຈາກນັ້ນ ກໍ່ໄດ້ມີການຕັດແຖບຜ້າ-ລັ່ນຄ້ອງເພື່ອເປັນສັນຍາລັກສີລິມຸງຄຸນຂອງບ້ານ. ຕອນທ້າຍຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ຕື່ມອີກ.

ຂ່າວ-ພາບ: ກ້ອງ ປາເຢັງລີ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!