ອີກແລ້ວເວົ້າຍາກປັບແທ້
ຍັງພົບຜູ້ລະເມີດມາດຕະການ! ເຈົ້າໜ້າທີ່ລົງກວດສອບ ແລະ ປັບໃຫມຕາມລະບຽບການ
ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານ: ກອງພັນປ້ອງກັນເຄື່ອນທີ່ໄວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ໄດ້ສົມທົບກັບ ປກສ ກຸ່ມສີວິໄລ ແລະ ອຳນາດການປົກຄອງບ້ານສາຍນ້ຳເງິນ ເມືອງໄຊທານີ ນວ ກວດກາຮ້ານກິນ-ດື່ມ ທີ່ລະເມີດຕໍ່ຄໍາສັ່ງເລກທີ 15/ນຍ ແລະ 015/ຈນວ ພົບເຫັນ ຮ້ານຄາລາໂອເກະ ແຫ່ງໜຶ່ງ, ຕັ້ງຢູ່ບ້ານສາຍນໍ້າເງິນ ເມືອງໄຊທານີ ເປີດໃຫ້ບໍລິການຂາຍເຫຼົ້າ, ເບຍ ກັບລູກຄ້າ ແລະ ບໍ່ໄດ້ຮັກສາໄລຍະຫ່າງທາງສັງຄົມ ເຈົ້າໜ້າທີ່ຈຶ່ງໄດ້ເຊີນພວກກ່ຽວ ເຂົ້າມາກອງພັນປ້ອງກັນເຄື່ອນທີ່ໄວ ເພື່ອສຶກສາອົບຮົມ ແລະ ປັບໃໝຕາມແຈ້ງການ.
ຈາກການກວດສອບພົບເຫັນຜູ້ບໍລິຫານ 1 ຄົນ, ພະນັກງານເສີບ 5 ຄົນ ແລະ ຜູ້ມາໃຊ້ບໍລິການທັງໝົດ 27 ຄົນ, ຍິງ 10 ຄົນ, ລວມ 32 ຄົນ

ໂດຍໃນນີ້, ພະນັກງານເສີບ 5 ຄົນ ແມ່ນໄດ້ສຶກສາອົບຮົມ. ຜູ້ທີ່ມາໃຊ້ບໍລິການນັ່ງກິນດື່ມ ຈຳນວນ 27 ຄົນ ແມ່ນປັບໃໝເປັນເງິນ 6.600.000 ກີບ, ສ່ວນມາດຕະການຕໍ່ຮ້ານ ແມ່ນຍັງລໍຖ້າການຊີ້ນຳຈາກຂັ້ນເທີງ
ຂໍ້ມູນເພີ່ມເຕີມ: https://bit.ly/3juH64m
ຂ່າວຈາກ: InsideLaos