ແຂວງສະຫວັນນະເຂດ
ແຈ້ງການເພີ່ມເຕີມຂອງເຈົ້າແຂວງສະຫວັນນະເຂດ ໃຫ່ເຂັ້ມງວ ດມາດຕະການສະກັ້ນ ແລະ ມາດຕະການລົ ງໂທ ດຕໍ່ຜູ້ລ ະເມີດຕ່າງໆ …ລາຍລະອຽດດັ່ງລຸ່ມນີ້ (ຖ້າອ່ານມີບ່ອນໃດຜິດເຮັດໃຫ້ບໍ່ເຂົ້າໃຈ ໃຫ້ທ່ານອ່ານໃບແຈ້ງການ)

1. ໃຫ້ທຸກພາກສ່ວນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 21ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ຕ້ານ ພະຍາດໂຄວິດ-19 ແລະ ຄໍາສັ່ງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເລກທີ 1443/ຈຂ.ສຂ, ລົງວັນທີ 23 ສິງຫາ 2021 ຢ່າງເຂັ້ມງວດ;
2. ຫ້າມບຸກຄົນໃນນະຄອນ, ບຸກຄົນຕ່າງແຂວງ ແລະ ຕ່າງເມືອງເດີນທາງເຂົ້າ-ອອກນະຄອນໄກສອນພົມວິຫານ, ຖ້າມີຄວາມຈໍາເປັນ ແມ່ນຕ້ອງໄດ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ;
3. ຫ້າມບໍ່ໃຫ້ເດີນທາງສັນຈອນໄປ-ມາ ພາຍໃນນະຄອນໄກສອນພົມວິຫານ ນັບແຕ່ເວລາ 19:00 ໂມງ ຂອງແຕ່ລະວັນຈົນເຖິງ ເວລາ 05:00 ໂມງ ຂອງວັນຖັດໄປ, ຍົກເວັ້ນກໍລະນີເຈັບເປັນ ແລະ ເສຍຊີວິດ, ເຫດການສຸກເສີນຈໍາ ເປັນ ແລະ ຜູ້ໄປເກັບຕົວຢ່າງເພື່ອກວດກາເຊື້ອໂຄວິດ-19;
4. ຫ້າມບຸກຄົນທີ່ສໍາພັດໄກ້ສິດກັບຜູ້ຕິດເຊື້ອ (ບຸກຄົນທີ1) ແລະ ສໍາພັດຫ່າງ (ບຸກຄົນທີ 2 ແລະ 3) ທີ່ໄດ້ຖືກເກັບຕົວຢ່າງເພື່ອກວດເຊື້ອໂຄວິດ-19 ເດີນທາງອອກຈາກຄອບຄົວ ໃນໄລຍະລໍຖ້າຜົນກວດ ຫຼື ຖ້າຜົນກວດມາເປັນລົບຕ້ອງສືບຕໍ່ກັກຕົນເອງຢູ່ເຮືອນ ຫຼື ໂຮງແຮມທີ່ຄະນະສະເພາະກິດກໍານົດໃຫ້ຄົບ 14 ວັນ;

5. ຫ້າມບໍ່ໃຫ້ຜູ້ທີ່ຕິດເຊື້ອ ແລະ ຜູ້ທີ່ສໍາພັດກັບຜູ້ຕິດເຊື້ອປິດບັງທາມລາຍ ຫຼື ໃຫ້ຂໍ້ມູນການເຄື່ອນໄຫວຂອງຕົນທີ່ບໍ່ເປັນຄວາມຈິງ ທີ່ນໍາໄປສູ່ການແຜ່ລະບາດພະຍາດໃນຊຸມຊົນຢ່າງເດັດຂາດ;
6. ຫ້າມຈັດງານບຸນປະເພນີຕ່າງໆພາຍໃນວັດ, ບ້ານ, ເຮືອນ ແລະສະຖານທີ່ອື່ນໆ ຍົກເວັ້ນກໍລະນີເສຍຊີວິດ ທີ່ບໍ່ແມ່ນຍ້ອນສາເຫດພະຍາດໂຄວິດ-19 ແຕ່ຕ້ອງມີມາດຕະການປ້ອງກັນທີ່ເຂັ້ມງວດ ເຊັ່ນ: ກໍານົດຈໍານວນບໍ່ເກີນ 10 ຄົນ ການຈັດໄລຍະຫ່າງ, ການໃສ່ຜ້າອັດປາກດັງ, ການຈັດໃຫ້ມີເຈວລ້າງມື, ການຄົບງັນແບບລຽບງ່າຍມີຄວາມປອດໄພ ບໍ່ຢູ່ໃນງານດົນເກີນໄປ, ບໍ່ໃຫ້ມີການຈັດໂຕະກິນດື່ມຮ່ວມກັນພາຍໃນງານ ແລະ ການສົ່ງສະການທີ່ສາມາດຈັດໄລຍະຫ່າງໄດ້;
7. ຫ້າມເປີດຮ້ານຂາຍເຄື່ອງຍ່ອຍ, ຮ້ານອາຫານທຸກປະເພດ, ຮ້ານຂາຍຂອງກິນສຸກ, ຂາຍເລກແຄມທາງ ແລະພາຍໃນບ້ານຢ່າງເດັດຂາດ;
8. ໃຫ້ບັນດາທະນາຄານ ຫລື ສາຂາ ທີ່ຕັ້ງຢູ່ນະຄອນໄກສອນພົມວິຫານ ຫຼຸດຈໍານວນພະນັກງານປະຈໍາການ ແລະ ຈັດສະຖານທີ່ພັກເຊົາ ໃຫ້ພະນັກງານທີ່ໄປປະຈໍາຢູ່ຫນ່ວຍບໍລິການຕາມເມືອງຕ່າງໆ ເພື່ອຫລີກເວັ້ນການເດີນທາງເຂົ້າອອກນະຄອນໄກສອນພົມວິຫານ;
9. ໃຫ້ຂົນສົ່ງສິນຄ້າຕ່າງເມືອງ ແລະ ຕ່າງແຂວງປະເພດອຸປະໂພກ ແລະ ບໍລິໂພກປະຈໍາວັນ, ອຸປະກອນການແພດ ແລະ ຢາປິ່ນປົວພະຍາດຂອງບໍລິສັດນໍາເຂົ້າ-ສົ່ງອອກພາຍໃນນະຄອນໄກສອນພົມວິຫານ ໂດຍໃຫ້ປະຕິບັດມາດ ຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດດັ່ງນີ້: ຈໍານວນຄົນຂົນສົ່ງສິນຄ້າ 2 ຄົນຕໍ່ຄັນ, ພະນັກງານຂົນສົ່ງ ຕ້ອງໄດ້ຮັບວັກຊິນຄົບໂດສ໌, ນໍາໃຊ້ລົດຂົນສົ່ງໂດຍສະເພາະ(ຫ້າມໃຊ້ລົດໂດຍສານຂົນສົ່ງສິນຄ້າ) ຈັດຈຸດຄ່ຽນ ຖ່າຍສິນຄ້າ,
ຈັດວິທີການແຈກຢາຍສິນຄ້າທີ່ມີໄລຍະຫ່າງ ມີຜ້າອັດປາກ-ດັ່ງ, ເຫຼົ້າລ້າງມື ແລະ ອື່ນໆ ມອບໃຫ້ພະ ແນກອຸດສາຫະກໍາ ແລະ ການຄ້າແຂວງສົມທົບກັບບັນດາບໍລິສັດພາຍໃນແຂວງ ສ້າງແຜນຂົນສົ່ງສິນຄ້າເພື່ອນໍາສະ ເຫນີຂໍອະນຸຍາດຄະນະສະເພາະກິດຂອງແຂວງ ພ້ອມທັງຕິດຕາມກວດກາການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຂອງທຸກບໍລິສັດຢ່າງເຂັ້ມງວດ;

10. ໃຫ້ພະນັກງານລັດຖະກອນ ແລະ ພະນັກງານບໍລິສັດ ເຮັດວຽກຢູ່ເຮືອນຂອງຕົນເອງ, ຍົກເວັ້ນຄະນະສະເພາະກິດແລະ ແພດ-ຫມໍ, ກໍາລັງປກຊ, ປກສ ທີ່ປະຕິບັດພາລະກິດໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19;
11. ໃຫ້ບັນດາເມືອງຕ່າງໆ ກະກຽມໂຮງຫມໍພາກສະຫນາມ ເພື່ອຮອງຮັບການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ບໍ່ສະແດງອາການ ແລະ ມີອາການບໍ່ຮຸນແຮງຢ່າງຮີບດ່ວນ ເພື່ອຊ່ວຍຫລຸດຜ່ອນການຂົນສົ່ງໄປ-ກັບ, ທັງແບ່ງເບົາແລະ ຫລຸດຜ່ອນພາລະອັງອໍຢູ່ໂຮງຫມໍໃນນະຄອນໄກສອນພົມວິຫານ.
12. ບັນດາມາດຕະການຕໍ່ຜູ້ລະເມີດ ມີດັ່ງນີ້:
12.1 ກໍລະນີລະເມີດອອກຈາກເຮືອນໄປນອກ ໂດຍບໍ່ໃສ່ຜ້າອັດປາກ-ດັ່ງ
– ຄັ້ງທີ 1: ກ່າວເຕືອນ ແລະ ໃຫ້ຜູ້ປົກຄອງມາເຊັນຄ້ໍາປະກັນ, ຮັບຮູ້ເປັນລາຍລັກອັກສອນ, ຖ້າບໍ່ມີຜູ້ລ້ໍາປະກັນ ໃຫ້ອາຍັດເອກະສານຂອງຜູ້ກ່ຽວ ໄວ້ເປັນຫຼັກຖານ ເປັນຕົ້ນ: ບັດປະຈໍາຕົວ, ໃບອະນຸຍາດຂັບຂີ່ພາຫະນະ ແລະ ອື່ນໆ;
– ຄັ້ງທີ 2: ປັບໄຫມ 50.000 ກີບ (ຫ້າສິບພັນກີບ) ແລະ ອາຍັດຍານພາຫະນະ ທີ່ຜູ້ກ່ຽວນໍາໃຊ້ ຕະຫລອດໄລຍະລອ໋ກດາວ;
12.2 ກໍລະນີລະເມີດ ໂມງເວລາການສັນຈອນ. – ຄັ້ງທີ 1: ປັບໄຫມ 200.000 ກີບ (ສອງແສນກີບ) ແລະ ໃຫ້ຜູ້ປົກຄອງເຊັນຄ້ໍາປະກັນ, ຮັບຮູ້ເປັນລາຍລັກອັກສອນ ຖ້າບໍ່ມີຜູ້ຄ້ໍາປະກັນ ໃຫ້ອາຍັດເອກະສານຂອງຜູ້ກ່ຽວໄວ້ເປັນຫຼັກຖານເປັນຕົ້ນ: ບັດປະຈໍາຕົວ, ໃບອະນຸຍາດຂັບຂີ່ພາຫະນະ ແລະ ອື່ນໆ; – ຄັ້ງທີ 2: ປັບໄຫມ 500.000 ກີບ (ຫ້າແສນກີບ) ແລະ ອາຍັດຍານພາຫະນະທີ່ຜູ້ກ່ຽວນໍາໃຊ້ ຕະຫລອດໄລຍະລອ໋ກດາວ;
12.3 ກໍລະນີລະເມີດ ເປີດການບໍລິການ ທີ່ລະບຸໃນຂໍ້ 2.6 ຂອງຄໍາສັ່ງທ່ານເຈົ້າແຂວງ ສະບັບເລກທີ1443/ຈຂ.ສຂ, ລົງວັນທີ 23 ສິງຫາ 2021 ແລະ ຄໍາສັ່ງສະບັບນີ້ໃຫ້ປະຕິບັດ ດັ່ງນີ້:
– ຄັ້ງທີ 1: ກ່າວເຕືອນ-ປັບໄຫມ 500.000 ກີບ(ຫ້າແສນກີບ) ແລະເຮັດບົດບັນທຶກໄວ້ເປັນຫຼັກຖານ;
– ຄັ້ງທີ 2: ປັບໄຫມ 3.000.000-5.000.000 ກີບ ໂຈະການດໍາເນີນທຸລະກິດຊົ່ວຄາວ ແລະ ນໍາຕົວເຈົ້າຂອງຮ້ານໄປກັກຕົວ ແລະ ສຶກສາອົບຮົມ 48 ຊົ່ວໂມງ;
12.4 ກໍລະນີລະເມີດໂມງເວລາເປີດ-ປິດຕະຫຼາດ.
– ຄັ້ງທີ 1: ກ່າວເຕືອນ-ປັບໄຫມ 1.000.000 ກີບ (ຫນື່ງລ້ານກີບ) ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ;
– ຄັ້ງທີ 2: ປັບໄຫມ 10.000.000 ກີບ(ສິບລ້ານກີບ) ແລະ ນໍາຕົວເຈົ້າຂອງຕະຫຼາດໄປກັກຕົວ ແລະ ສຶກສາອົບຮົມ 48 ຊົ່ວໂມງ;
12.5 ກໍລະນີລະເມີດຊຸມແຊວ ແລະ ດື່ມສິ່ງມຶນເມົາ.
– ຄັ້ງທີ 1: ກ່າວເຕືອນ-ປັບໄຫມ 100.000 ກີບ/ຄົນ(ຫນຶ່ງແສນກີບ) ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ;
– ຄັ້ງທີ 2: ປັບໄຫມ 1.000.000 ກີບ/ຄົນ (ຫນຶ່ງລ້ານກີບ) ແລະ ປັບໃຫມເຈົ້າຂອງສະຖານ 2.000.000 ກີບແລະ ນໍາຕົວເຈົ້າຂອງສະຖານທີ່ໄປກັກຕົວ ແລະ ສຶກສາອົບຮົມ 48 ຊົ່ວໂມງ;
12.6 ກໍລະນີລະເມີດ ຫຼິ້ນໄພ້, ຕິໄກ່, ຫຼິ້ນສະຫນຸກເກີ້ ແລະ ການພະນັ້ນອື່ນໆ.
– ຄັ້ງທີ 1: ກ່າວເຕືອນ-ປັບໄຫມ 2.000.000ກີບ/ຄົນ (ສອງລ້ານກີບ) ແລະ ເຈົ້າຂອງສະຖານທີ 5.000.000ກີບ, ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ;
– ຄັ້ງທີ 2: ປັບໄຫມ 5.000.000 ກີບ (ຫ້າລ້ານກີບ) ແລະ ເຈົ້າຂອງສະຖານທີ 10.000.000 ກີບ ແລະນໍາຕົວຜູ້ທີ່ລະເມີດໄປກັກຕົວ ແລະ ດໍາເນີນຕາມລະບຽບກົດຫມາຍ;
12.7 ມາດຕະການຂອງຜູ້ສໍາພັດຕິດເຊື້ອທີ່ບໍ່ກັກຕົວ ແລະ ປິດບັງທາມລາຍ.
– ຖ້າກວດພົບຈະຖືກປັບໃຫມ 1.000.000 ກີບ ແລະ ດໍາເນີນຕາມລະບຽບກົດຫມາຍຂອງພະຍາດຕິດຕໍ່;
13. ວິທີການຈັດຕັ້ງປະຕິບັດ. ມອບໃຫ້ກໍາລັງ ປກຊ ແລະ ປກສ ແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງສົມທົບກັບຄະນະພັກ, ຄະນະນໍາ ນະຄອນໄກສອນພົມວິຫານ ເອົາໃຈໃສ່ລົງໂຄສະນາເຜີຍແຜ່ ແນະນໍາໃຫ້ທົ່ວເຖິງທຸກບ້ານ ແລະ ຊີ້ນໍາອໍານາດການປົກ ຄອງບ້ານໃຫ້ເຂັ້ມງວດ ຕິດຕາມກວດກາການ ເຄື່ອນໄຫວໄປ-ມາ ຂອງປະຊາຊົນພາຍໃນບ້ານຂອງຕົນ ໂດຍສະເພາະ ຜູ້ຊຸມແຊວດື່ມສິ່ງຂອງມືນເມົາ ແລະ ຫລິ້ນການພະນັ້ນ, ຖ້າພົບເຫັນໃຫ້ກ່າວຕັກເຕືອນສຶກສາອົບຮົມ, ເຮັດບົດບັນທຶກ ແລະ ປະຕິບັດມາດຕະການດໍາເນີນຄະດີຕໍ່ຜູ້ລະເມີດຢ່າງເຂັ້ມງວດ ຕາມລະບຽບກົດຫມາຍ ແລ້ວແຕ່ກໍລະນີຫນັກ ຫລື ເບົາ;
14. ຄໍາສັ່ງສະບັບນີ້ມີຜົນສັກສິດ ນັບແຕ່ວັນທີ 30 ສິງຫາ 2021 ຫາ 10 ກັນຍາ 2021. 9


