ສປປ ລາວ 🇱🇦 ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ + 115 ຄົນ
ວັນທີ 28.08.2021 ສປປ ລາວ 🇱🇦 ກວດພົບຜູ້ຕິດເຊື້ອໂຄວິດ ທັງໝົດ ຄົນ ພາຍໃນ 24 ຊມ

ພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ ຄົນ ! ຜູ້ຕິດເຊື້ອສະສົມ ທັງໝົດ , ເສຍຊີວິດ 12 ຄົນ.

ສະຫລຸບຫຍໍ້ ສະຖານະການ ໂຄວິດ-19 ໃນມື້ນີ້ຖະແຫຼງຂ່າວສະຖານະການແຜ່ລະບາ©”^©&©ດຂອງພະຍາດໂຄວິດ-19 ປະຈຳວັນທີ 28/8/2021 ໃຫ້ຮູ້ວ່າ:

😷ອັບເດດວັນທີ 28-8-21 ຕິດເຊື້ອທົ່ວປະເທດວັນທີ 27/08/2021 ໄດ້ກວດວິເຄາະທັງໝົດ 2939 ຕົວຢ່າງ, ນະຄອນຫຼວງ 1158 ຕົວຢ່າງ, ສະຫວັນນະເຂດ 471, ຈຳປາສັກ 151 ແລະ ພົບເຊື້ອ 115 ຕົວຢ່າງຊື່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ: 21 ຄົນໃນນັ້ນ 4 (ນໍາເຂົ້າ) ແລະ 17 ຄົນ (ຊຸມຊົນ) ເຊິ່ງເປັນ ຊື່ງລາຍລະອຽດຂອງຊຸມຊົນປະກອບມີ:
ຈຸ້ມບໍລິສັດຂົ່ງສົ່ງ ເຂດທ່າພະລານໄຊ 11 ຄົນ ໃນນັ້ນເປັນພະນັກງານບໍລິສັດ 6 ແລະ 4 ຄົນ ແມ່ນສະມາຊິກຄອບຄົວ ແລະ ຜູ້ທີ່ໄດ້ພົວພັນກັບຜູ້ຕິດເຊື້ອ (ຈາກ ບ້ານ ທ່າພະລານໄຊ 5, ສະພັງໝໍ້ 1, ດົງຄຳຊ້າງ 1, ໜອງໄຮ 1, ໂນນສະຫວ່າງ 1, ສ້າງເຫວີຍ 1)
ຈຸ້ມໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບ ບລສ ເບຍລາວ 7 ຄົນ (ສິມມະໂນ 4, ທ່າພະ 2), ມາຮອດປັດຈຸບັນຈຸ້ມນີ້ມີ ທັງໝົດ 35 ຄົນ.
2. ວຽງຈັນ: 1 (ນໍາເຂົ້າ)
3. ບໍ່ແກ້ວ : 20 ຄົນ (ຊຸມຊົນທັງໝົດ) ເປັນກໍລະນີສໍາຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ຊື່ງລາຍລະອຽດຂອງຊຸມຊົນປະກອບມີ ເມືອງຕົ້ນເຜິ້ງ: – ບ້ານສີເມືອງງາມ 10 ຄົນ- ບ້ານດອນສະຫັວນ 5 ຄົນ- ບ້ານຄຸນບົງ 4 ຄົນ – ເຂດ ພິເສດ 1 ຄົນ
4. ຫຼວງນໍ້າທາ 1 ຄົນ (ຊຸມຊົນ): ຍັງບໍ່ທັນໄດ້ຂໍ້ມູນ ເທື່ອ
5. ຫຼວງພະບາງ: 02 ຄົນ ທີ່ຕິດເຊື້ອໃນຊຸມຊົນ ທັງ 2 ຄົນ ຊື່ງ ເປັນ ກຸ່ມ ເຊື່ອມໂຍງກັບ ບ້ານນາຝາຍ ເມືອງນານ
6. ຄໍາມ່ວນ: 11 ໃນນັ້ນ 9 (ນໍາເຂົ້າ) ແລະ 2 (ຊຸມຊົນ)
7. ສະຫວັນນະເຂດ: 30 ໃນນັ້ນ 12 (ນໍາເຂົ້າ) ແລະ 13 ຄົນ (ຊຸມຊົນ) ແລະພະນັກງານຕຳຫຼວດຢູ່ຄ້າຍຄຸມຂັງ 5, ແລະ ອີກ 5 ຄົນ ແມ່ນ ກຸ່ມ ບ້ານລາດສະວົງ ແລະ ສ່ວນທີ່ເຫຼືອ ແມ່ນ ທີ່ກ່ຽວພັນກັບພະນັກງານຂັບລົດລັດຕະນະວົງ
8. ໄຊຍະບູລີ: 1 (ນໍາເຂົ້າ)
9. ບໍລິຄໍາໄຊ: 1 (ນໍາເຂົ້າ)
10. ຈຳປາສັກ: 12 (ນໍາເຂົ້າທັງໝົດ)
11. ສາລະວັນ: 15 (ນໍາເຂົ້າ)