ຂ່າວດີ
ໃນວັນທີ 26 ສິງຫາ 2021, ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຜ່ານວິທະຍຸກະຈາຍສຽງແຫ່ງຊາດ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດໂຄວິດ-19 ຢູ່ໃນສະຖານທີ່ຄຸມຂັງວ່າ:

ພາຍຫລັງໄດ້ກວດພົບຜູ້ຕິດເຊື້ອຢູ່ສະຖານທີ່ຄຸມຂັງ ໂດຍເລີ່ມມາແຕ່ວັນທີ 17 ສິງຫາຜ່ານມາທີ່ມີການລະບາດຢູ່ໃນຊຸ່ມຊົນ ເຊິ່ງໃນນັ້ນເນື່ອງຈາກມີພະນັກງານທີ່ປະຕິບັດໜ້າທີ່ຢູ່ຄ້າຍຄຸມຂັງ ນະຄອນໄກສອນພົມວິຫານມີລາຍງານວ່າຕິດເຊື້ອ ແລະ ໄດ້ສຳຜັດໃກ້ຊິດກັບນັກໂທດຢູ່ຄ້າຍຄຸມຂັງ 2 ຈຸດ.
ທັງນີ້ທາງ ປກສ ແຂວງກໍໄດ້ເລັ່ງກວດຫາເຊື້ອນັກໂທດຈົນຄົບໝົດທຸກຄົນ ແລະ ແຍກຜູ້ຕິດເຊື້ອອອກໄປແຍກປ່ຽວ ພ້ອມທັງສັກວັກຊີນປ້ອງກັນໂຄວິດ-19 ໃຫ້ນັກໂທດຄົບທຸກຄົນ.

ສຳລັບຕົວເລກຜູ້ຕິດເຊື້ອຢູ່ຄ້າຍຄຸມຂັງ 2 ແຫ່ງ ພາຍໃນແຂວງລວມທັງພະນັກງານໃນນັ້ນ ແລະ ຜູ້ສຳຜັດໃກ້ຊິດຂອງພະນັກງານ ຂໍ້ມູນຮອດວັນທີ 25 ສິງຫາ 2021 ມີຜູ້ທັງໝົດ 818 ຄົນ.

ນອກຈາກນີ້, ຍັງໄດ້ແຕ່ງຕັ້ງຄະນະກຳມະການຮອງຮັບການລະບາດໂຄວິດ-19, ເລັ່ງສ້າງໂຮງໝໍພາກສະໜາມ 4 ຫລັງຂຶ້ນຢູ່ໃນຄ້າຍຄຸມຂັງ ເພື່ອກະກຽມແກ້ໄຂໃຫ້ທັນການ, ເລັ່ງປະຫານງານຫາລືລາຍງານໃຫ້ກັບພາກສ່ວນກ່ຽວຂ້ອງທຸກຂະແໜງການຮັບຊາບ. ປັດຈຸບັນການແພ່ລະບາດດັ່ງກ່າວແມ່ນສາມາດຄວບຄຸມສະຖານະການໄດ້ແລ້ວ ແລະ ພ້ອມທັງເລັ່ງປິ່ນປົວຜູ້ຕິດເຊື້ອຕາມອາການໃຫ້ຫາຍດີເປັນປົກກະຕິໂດຍໄວ.
