ດ່ວນ ໃຜເຫັນແຈ້ງດ່ວນ
ອີງຕາມຂ່າວໄທຮັດ ອອນລາຍ ວັນທີ 25 ສິງຫາ 2021 ນີ້ໃຫ້ຮູ້ວ່າ: ກໍລະນີການນຳຈັບຜູ້ກຳກັບ ໂຈ້ ທີ່ກະທຳຜິດໃນຂໍ້ຫາ ການລົງ ມື ຂ້ າ ຜູ້ ອື່ນໂດຍເຈຕະນາ ( ຂ້ າຜູ້ຕ້ ອງ ຫ າກ ະທຳ ຜິ ດ ຄ້ າຢ າເ ສ ບ ຕິ ດ ທີ່ພວມຢູ່ໃນຂັ້ນຕອນສືບສວນ) ພາຍຫລັງມີການປ່ອຍຄລິບຫລັກຖານ ໃນຂະນະທີ່ໃຊ້ຖົງຢາງຄຸມຫົວ ຈົນເຮັດໃຫ້ຜູ້ຕ້ອງຫາຂາດອາກາດຫາຍໃຈ ແລະ ເສຍຊີວິດໃນເວລາຕໍ່ມາ.

ໂດຍຫລາຍສື່ໄດ້ມີການລາຍງານ ແລະ ດ້ວຍການຕັ້ງຂໍ້ສົງໄສ ວ່າອາດມີການໜີຂ້າມຂອງມາຝັ່ງລາວແລ້ວກໍເປັນໄດ້ ດັ່ງນັ້ນ, ເພື່ອຄວາມຮອບຄອບຂຶ້ນຕື່ມ ພົນຕຳຫລວດຕີ ກິດສະດາ ການຈະນະອະລົງກອນ ແລະ ຜູ້ຮັບຜິດຊອບກ່ຽວຂ້ອງທ່ານອື່ນໆ ໄດ້ສັ່ງເຈົ້າໜ້າທີ່ຕຳຫລວດຈັງຫວັດໜອງຄາຍ, ນະຄອນພະນົມ, ມຸກດາຫານ, ອຸບົນ ແລະ ຈັງຫວັດອື່ນໆທີ່ມີຊາຍແດນຕິດຈອດກັບລາວ ພ້ອມກວດກາເຂັ້ມງວດຕາມຊາຍແດນ, ດ່ານສາກົນ, ລົດບັນທຸກ ແລະ ລາຕະເວນທຸກໆຊ່ອງທາງທຳມະຊາດ ຕາມຝັ່ງແມ່ນໍ້າຂອງ

ເຈົ້າໜ້າທີ່ຝັ່ງໄທ ປະສານເຈົ້າໜ້າທີ່ຝັ່ງລາວໃນການຕາມຈັບ ຜູ້ກຳກັບ ໂຈ້ ໃນຄະດີລົງມືຂ້າຜູ້ຕ້ອງຫາ

ພ້ອມດຽວກໍໄດ້ໄດ້ປະສານເຈົ້າໜ້າທີ່ທາງຝັ່ງລາວຊ່ວຍອີກໜຶ່ງແຮງ ວ່າຖ້າຫາກພົບເຫັນເບາະແສ ຜູ້ກະທຳຜິດດັ່ງກ່າວ ໃຫ້ຊ່ວຍຈັບຄວບຄຸມຕົວໄວ້ ແລະ ປະສານກັບທາງການໄທໂດຍດ່ວນ ເຊິ່ງໄດ້ຮັບທາງການລາວກໍໄດ້ຕອບຮັບເປັນຢ່າງດີ.
ຊົມຄຼິບ