ຂ່າວລາຍວັນ

ດ່ວນ! ບໍລິສັດ ເບຍລາວ ຫຼັງຈາກພົບພະນັກງານ 5 ຄົນ ຕິ ດ ເ ຊື້ ອ

ບົດຖະແຫຼງຂ່າວຈາກບໍລິສັດເບຍລາວ: ບົດຖະແຫຼ່ງຂ່າວ ມາດຕະການດຳເນີນການດ່ວນ ຈາກ ບໍລິສັດ ເບຍລາວ ຫຼັງຈາກພົບພະນັກງານ 5 ຄົນຕິດເຊື້ອໂຄວິດ

ໃນມື້ວານນີ້, ບໍລິສັດເບຍລາວໄດ້ຮັບແຈ້ງວ່າ ຫນຶ່ງໃນພະນັກງານຂອງພວກ ເຮົາໄດ້ສໍາພັດທາງອ້ອມກັບກໍລະນີຕິດເຊື້ອທີ່ເມືອງໄຊທານີ ແລະ ກວດພົບເຊື້ອພະຍາດ Covid-19. ຜ່ານການຕິດຕາມ ແລະ ສະກັດກັ້ນຢ່າງເຂັ້ມງວດ, ພວກເຮົາສາມາດລະບຸ ແລະ ແຍກປ່ຽວພະນັກງານຜູ້ທີ່ມີຄວາມສ່ຽງສໍາພັດໃກ້ຊິດ ອອກ ແລະ ມີການ ກວດຫາເຊື້ອພະຍາດທັນທີ, ເຊິ່ງພະນັກງານຜູ້ທີ່ຕິດເຊື້ອທັງຫມົດແມ່ນໄດ້ຮັບການສັກວັກຊິນຄົບສອງເຂັ້ມແລ້ວ.

ພະນັກງານຜູ້ທີ່ຕິດເຊື້ອ ໄດ້ມີການປະຕິດບັດຕາມຂັ້ນຕອນທີ່ຈໍາເປັນໃນການແຍກປ່ຽວຕົ້ນເອງ ລວມເຖິງສະມາຊິກໃນ ຄອບຄົວທັນທີ ພາຍຫຼັງທີ່ໄດ້ຮູ້ວ່າຕົນເອງມີຄວາມສ່ຽງ ຫຼື ມີອາການ. ຜູ້ຕິດເຊື້ອທຸກຄົນແມ່ນກໍາລັງໄດ້ຮັບການປິ່ນປົວຢ່າງໃກ້ຊິດ ໃນສະຖານທີ່ທີ່ພາກລັດໄດ້ຈັດສັນໄວ້. ນີ້ແມ່ນເຫດການຄັ້ງທໍາອິດທີ່ພະນັກງານຂອງບໍລິສັດກວດພົບເຊື້ອ Covid-19. ຄະນະຜູ້ ບໍລິຫານໄດ້ເອົາໃຈໃສ່ຢ່າງເຕັມທີ່ໃນການເບິ່ງແຍງ ແລະ ປົກປ້ອງ ພະນັກງານ ແລະ ຄອບຄົວ.

ບໍລິສັດ ເບຍລາວ ໄດ້ປະຕິບັດຕາມຄໍາສັ່ງຂອງລັດຖະບານຢ່າງເຂັ້ມງວດ ເພື່ອຄວບຄຸມ ແລະ ປ້ອງກັນການແຜ່ລະບາດ ຂອງເຊື້ອພະຍາດ Covid-19 ແລະ ປະຕິບັດຕາມແນວທາງຂອງອົງການອະນາໄມໂລກ. ມາຮອດວັນທີ 25/08/2021, 98% ຂອງພະນັກງານທັງຫມົດໃນບໍລິສັດໄດ້ຮັບການສັກວັກຊີນຄົບຕາມຈໍານວນ.

່ ທາງບໍລິສັດໄດ້ດໍາເນີນການເພື່ອສະກັດກັ້ນ ແລະ ຈໍາກັດການແຜ່ລະບາດທັນທີ ໂດຍການຂ້າເຊື້ອໃນພື້ນທີ່ເຮັດວຽກຢ່າງ ທົ່ວເຖິງ ແລະ ສືບຕໍ່ດໍາເນີນນະໂນບາຍໃນການຄວບຄຸມເຊື້ອພະຍາດ Covid-19 ຢ່າງເຂັ້ມງວດ ພ້ອມທັງແຍກປ່ຽວ ແລະ ໃຫ້ ພະນັກງານຄົນອື່ນໆທີ່ສໍາພັດໃກ້ຊິດກັບກໍລະນີຕິດເຊື້ອໄປກວດຫາເຊື້ອພະຍາດຕໍ່ໄປ.

ພວກເຮົາຂໍຢັ້ງຢືນກັບລູກຄ້າ ແລະ ຜູ້ບໍລິໂພກຂອງພວກເຮົາວ່າ ຜະລິດຕະພັນຂອງພວກເຮົາແມ່ນມີຄຸນະພາບສູງ ແລະ ປອດໄພຕໍ່ການບໍລິໂພກ 100% ດ້ວຍໂຮງຜະລິດທີ່ທັນສະໄຫມລະດັບໂລກ ແລະ ການຄວບຄຸມດ້ານສຸຂະພາບ ແລະ ຄວາມປອດ ໄພທີ່ເຂັ້ມງວດ.

ພວກເຮົາຮູ້ສຶກເສຍໃຈທີ່ຂ່າວນີ້ ອາດສ້າງຄວາມວິຕົກກັງວົນແກ່ຫຼາຍໆທ່ານ ແຕ່ເຖິງຢ່າງໃດກໍຕາມ ສິ່ງເຫຼົ່ານີ້ເປັນ ສະຖານະການທີ່ຢູ່ນອກເຫນືອການຄວບຄຸມຂອງພວກເຮົາ – ພວກເຮົາຈະສືບຕໍ່ ສະຫນັບສະຫນູນຊ່ວຍເຫຼືອ ພະນັກງານຂອງພວກເຮົາ ແລະ ຊຸມຊົນ ໃຫ້ປອດໄພ ແລະ ມີສຸຂະພາບທີ່ດີ.

ນັບຕັ້ງແຕ່ເລີ່ມມີການລະບາດຂອງເຊື້ອພະຍາດ Covid-19 ໃນລາວ, ບໍລິສັດເບຍລາວ ໄດ້ໃຫ້ການຊ່ວຍເຫຼືອມູນຄ່າລວມຫຼາຍ ກວ່າ 6ຕື້ ກີບໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ. ມາຮ່ວມມີກັນ ຕໍ່ສູ້ເອົາ ຊະນະໂລກລະບາດນີ້ ເພື່ອຜົນປະໂຫຍດຂອງປະຊາຊົນລາວທຸກຄົນ.

ໜ້າເປັນຫ່ວງເດີ້ ຂໍໃຫ້ທຸກຄົນຢ່າປະມາດ ຢ່າຖີຶເບົາເດີ້

Related Articles

Leave a Reply

Your email address will not be published. Required fields are marked *

Back to top button