ດ່ວນ
ທ່ານ ດຣ. ນາງ ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ລາຍງານວຽກງານຄຸ້ມຄອງກໍລະນີໃນວັນທີ 24 ສິງຫາ 2021 ວ່າ: ເນື່ອງຈາກສະພາບການແພ່ລະບາດພະຍາດໂຄ ວິ ດ ຢູ່ໃນປະເທດລາວເຮົາເຫັນວ່າມີຕົວເລກນັບມື້ເພີ່ມຂຶ້ນ, ຍ້ອນແນວນັ້ນຄະນະຮັບຜິດຊອບວຽກງານປິ່ນປົວກໍລະນີຜູ້ຕິດເຊື້ອຈຶ່ງປຶກສາຫາລືກັນກະກຽມຄວາມພ້ອມກຽມເປີດໂຮງໝໍຂຶ້ນເພີ່ມ 2 ແຫ່ງຄື: ມະຫາວິທະຍາໄລແຫ່ງຊາດ (ມຊ) ດົງໂດກ ແລະ ສະໜາມກິລາຫລັກ 16, ເຊິ່ງທັງສອງສູນນີ້ສາມາດຮອງຮັບໄດ້ສູນລະ 100-130 ຕຽງ.

ສຳລັບສະຖານທີ່ປິ່ນປົວຢູ່ສູນກາງມີຄື: ໂຮງໝໍມິດຕະພາບ 150 ຕຽງ, ເຊດຖາທິຣາດ, 103 ກອງທັບ, ສະ ໜາ ມຟຸດຊອລ ຫ້ວຍຫົງ, ສະ ໜ າມ ກິລາ ຍິ ງ ປື ນຫລັກ27, ສະໜາມກິລາໃນຮົ່ມລ້ານຊ້າງ ແລະ ສະຖານທີ່ກຽມເປີດໃໝ່ສູນ ມຊ ດົງໂດກ ແລະ ສະໝາມກິລາ ຫັລກ 16.

ສ່ວນທ້ອງຖິ່ນ, ແຂວງຄຳມ່ວນມີ: ສູນພະນົມພອນ, ໂຮງຮຽນ ມ.ປາຍ ທ່າແຂກ, ໂຮງໝໍ ທະຫານແຂວງ, ແຂວງສະຫວັນນະເຂດມີ: ວິທະຍາໄລ ວິທະຍາສາດສຸຂະພາບ ສະຫວັນນະເຂດ (ວວສ), ໂຮງໝໍໂຄວິດ ຫລັກ 9, ໂຮງງານອັບເກນ. ແຂວງຈຳປາສັກ: ສູນໂພນທອງ, ມະຫາວິທະຍາໄລຈຳປາສັກ, 106 ທະຫານ ແລະ ການເງິນ.ແຂວງສາລະວັນມີ: ໂຮງໝໍແຂວງ.

-ນະຄອນຫລວງວຽງຈັນ ກຽມເປີດໂຮງໝໍ ພາ ກ ສະ ໜ າມ ຢູູ່ ມຊ ດົງໂດກ ແລະ ສະໜາມກິລາຫລັກ 16
ທ່ານຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໃຫ້ຮູ້ຕື່ມວ່າ: ສຳລັບສະຖານທີ່ຈຳກັດບໍລິເວນຕ່າງໆ ແລະ ໂຮງໝໍ ທີ່ໄດ້ກຳນົດຂຶ້ນອາດຈະບໍ່ເອື້ອອຳນວຍຄວາມສະດວກໃນດ້ານການນຳໃຊ້ໄຟຟ້າ, ນ້ຳປະປາ ແລະ ດ້ານອື່ນໆ, ເນື່ອງຈາກວ່າທາງລັດຖະບານເຮົາ ກໍຄືຄະນະສະເພາະກິດໄດ້ໜູນໃຊ້ໂຮງຮຽນເປັນໂຮງໝໍ ເພື່ອເລັ່ງໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ວ່ອງໄວທັນການ.