ແຊຕໍ່ ອອກມາຂໍໂທດແລ້ວ ຍ້ອນຮູ້ບໍ່ເຖິງການ
ກ່ອນອື່ນຂໍອະນຸຍາດປະທານກຸ່ມນຳຫລາຍໆເດີ້ ມື້ນີ້ຂ້ອຍຂໍອອກມາແກ້ຂ່າວ ແລະ ກ່າວຄຳຂໍໂທດຕໍ່ຊາວໂຊຊ້ຽວແລະສື່ມວນຊົນທັງຫລາຍທີ່ໄດ້ ໂພສໄປພາດພິ່ງເຖິງຊົນເຜົ່າມົ້ງ ເຮົາຂໍໂທດນຳຫລາຍໆຕໍ່ໄປນີ້ເຮົາຈະປັບປຸ່ງແລະປ່ຽນແປງນິໄສໃຈຄໍຕົນເອງຄືນໃໝ່ທີ່ໄດ້ພາດພິ່ງຮອດຊົນເຜົ່າມົ້ງ

ເລື່ອງຂອງເລື່ອງມີຢູ່ວ່າຂ້ອຍກັບສາວທະຫານຄົນນີ້ລົມກັນຢູ່ ແຕ່ລາວບໍ່ມີຄວາມກະຈ່າງແຈ້ງເລື່ອງວຽກງານຕໍ່ຂ້ອຍ ຂ້ອຍເລີຍຄິດໂມໂຫຢາກຮູ້ວ່າລາວເປັນທະຫານແທ້ຫລືບໍ່ ຂ້ອຍກະເລີຍໂພສແນວພາດພິ່ງຈົນເປັນເຫດການເຂົ້າໃຈຜິດກັນ ຕອນນີ້ຂ້ອຍກັບລາວຍັງປັບຄວາມເຂົ້າໃຈກັນຢູ່

ສະນັ້ນຂ້ອຍຂໍໂທດຕໍ່ທຸກໆພາກສ່ວນແລະຕະຫລອດຮອດອ້າຍເອື້ອຍພໍ່ແມ່ພີ່ນ້ອງເຜົ່າມົ້ງເຮົາແຕ່ເຮົາບໍ່ມີເຈດຕະນາອັນອື່ນນອກຈາກຈຸເຮົາຍັງຢູ່ໃນຊ່ວງປັບຄວາມເຂົ້າໃຈ ເຮົາວ່າທຸກທ່ານຈະໃຫ້ອະໄພຫບືຍົກໂທດໃຫ້ໃນສິ່ງທີ່ພວກເຮົາສອງຄົນໄດ້ກະທຳລົງໄປໃນມື້ວານນີ້ ແລະ ເຮົາຂໍຝາກເຖິງຜູ້ທີ່ໂພສຂ່າວໂຕນີ້ກະຂໍໃຫ້ລົບອອກໃຫ້ຂ້ອຍແນ່ເດີ້ເພາະຕອນນີ້ມັນຫຍຸ້ງເຍື່ອງຫລາຍ #ເຮົາຂໍໂທດຈາກໃຈຈິງຕໍ່ໄປຄົງຈະບໍ່ມີເຫດການແບບນີ້ເກີດຂຶ້ນອີກແລ້ວຂໍຂອບໃຈນຳທຸກໆຄົນທີ່ເຂົາມາອ່ານ🙏🙏🙏🙏
ທີ່ມາ
