ສປ ຈີນ ມອບພາຫະນະ 32 ຄັນ ໃຫ້ກໍາລັງ ປກສ 5 ແຂວງພາກເໜືອ.
ສປ ຈີນ ມອບພາຫະນະ ໃຫ້ກໍາລັງ ປກສ 5 ແຂວງພາກເໜືອ.

ກາງເດືອນ ສິງຫາ 2021 ຢູ່ທີ່ດ່ານສາກົນບໍ່ຫ່ານ ສປ ຈີນໄດ້ມີພິທີມອບ-ຮັບລົດຈາກການຊ່ວຍເຫຼືອຂອງກອງບັນຊາການຄຸ້ມຄອງຄົນເຂົ້າ-ອອກເມືອງ ແຂວງຢູນນານ ແຫ່ງ ສປ ຈີນ. ໃຫ້ກຽດເຂົ້າຮ່ວມຝ່າຍ ສປປ ລາວ ໂດຍ ທ່ານ ພັນໂທ ຄໍາຕຸ່ນ ບຸນລຽນຂັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ມີຜູ້ຕາງໜ້າຈາກກະຊວງ ປກສ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ.

ຝ່າຍຈີນນໍາໂດຍ ທ່ານ ເຢີນຊຽວກວາງ ຮອງຫົວໜ້າກອງບັນຊາການຕຳຫຼວດຄຸ້ມຄອງ ແລະ ປ້ອງກັນຊາຍແດນ ແຂວງຢູນນານ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ.
ສຳລັບພາຫະນະທີ່ທາງ ສປ ຈີນ ມອບໃນຄັ້ງນີ້ ກໍ່ເພື່ອເປັນການຊ່ວຍເຫຼືອໃຫ້ກະຊວງປ້ອງກັນຄວາມສະຫງົບ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ 5 ແຂວງພາກເໜືອ ແຫ່ງ ສປປ ລາວ. ເຊິ່ງປະກອບມີ ພາຫະນະລົດຈັກຍີ່ຫໍ້ ວູຍາງ ຈໍານວນ 25 ຄັນ, ລົດກະບະຍີ່ຫໍ້ ເຝິງຈຸນ ຈໍານວນ 5 ຄັນ ແລະ ປະເພດລົດເກງ ຍີ່ຫໍ້ ສວນສີ ຈໍານວນ 2 ຄັນ ລວມມູນຄ່າ 980.000 ຢວນ. ໃນນີ້ ມອບລົດເກງ ຍີ່ຫໍ້ ສວນສີ ຈໍານວນ 2 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ, ມອບລົດກະບະ ຍີ່ຫໍ້ ເຝິງຈຸນ ໃຫ້ກອງບັນຊາການ 5 ແຂວງພາກເໜືອ ແຂວງ ລະ 1 ຄັນ ແລະ ມອບລົດ

ຈັກ ຍີ່ຫໍ້ ວູຍາງ ໃຫ້ກອງບັນຊາການ 5 ແຂວງພາກເໜືອ ແຂວງລະ 5 ຄັນ. ກ່າວມອບຂອງ ທ່ານ ເຢີນຊຽວກວາງ ຮອງຫົວໜ້າກອງບັນຊາການຕຳຫຼວດຄຸ້ມຄອງ ແລະ ປ້ອງກັນຊາຍແດນ ແຂວງຢູນນານແຫ່ງ ສປຈີນ ຕ່າງໜ້າກ່າວຮັບຂອງ ທ່ານ ພັນໂທ ຄໍາຕຸ່ນ ບຸນລຽນຂັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ.

ໂອກາດດັ່ງກ່າວ, ພັທ ຄໍາຕຸ່ນ ບຸນລຽນຂັນ ຕາງໜ້າໃຫ້ກົມພົວພັນການຕ່າງປະເທດ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ 5 ແຂວງພາກເໜືອ ໄດ້ກ່າວຄໍາຂອບໃຈຢ່າງສູງ ຕໍ່ກັບການຊ່ວຍເຫຼືອຂອງ ສປ ຈີນ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງການຮ່ວມມື ແລະ ຊ່ວຍເຫຼືອຂອງສອງກໍາລັງນັບມື້ນັບເພີ່ມທະວີເຂົ້າສູ່ລວງເລິກ ແລະ ຈະນໍາໃຊ້ພາຫະນະກໍ່ຄືລົດທີ່ໄດ້ມີການມອບຄັງນີ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ຖືກເປົ້າໝາຍ,ໃນວຽກງານປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ.
ຂ່າວ: ສົມພອນ ຂຸນດາວົງ 020 55777741