ຂ່າວດີ ກຽມແຈກຢາຍ ເຂົ້າສານ (ເຂົ້າຈ້າວ) ຈໍານວນ 627 ໂຕນ ໃຫ້ປະຊາຊົນ
ກຽມແຈກຢາຍ ເຂົ້າສານ (ເຂົ້າຈ້າວ) ຈໍານວນ 627 ໂຕນ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ

ໃນຄັ້ງທໍາອິດໄດ້ຂົນສົ່ງມາຮອດລາວແລ້ວໃນມື້ວັນທີ 23 ສິງຫາ 2021 ທີ່ຜ່ານມາ ເພື່ອກຽມແຈກຢາຍຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ (ນ້ໍາຖ້ວມ) ຢູ່ບັນດາ ແຂວງພາກກາງ ແລະ ພາກໃຕ້ ຊຶ່ງຈະມີປະຊາຊົນປະມານ 35.000 ຄົນ ທີ່ອາໄສຢູ່ ໃນ 65 ຊຸມຊົນຈະໄດ້ຮັບການຊ່ວຍເຫຼືອດັ່ງກ່າວ.

ໃນຕົ້ນເດືອນ ກຸມພາ 2021 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ມອບເງິນຊ່ວຍເຫຼືອຈໍານວນ 180 ລ້ານເຢນ ຫຼື ປະມານ 1,7 ລ້ານ ໂດລາ ເພື່ອຊ່ວຍເຫຼືອບັນເທົາຜົນກະທົບຈາກເຫດການ ຝົນຕົກຫນັກ ແລະ ໄພນໍ້າຖ້ວມ ໃນເດືອນຕຸລາ 2020 ໃນແຂວງສະຫວັນນະເຂດ ແລະ ບັນດາແຂວງໃນພາກໃຕ້ຂອງ ສປປ ລາວ.
ນອກນັ້ນອົງການອາຫານໂລກ ຈະໄດ້ໃຫ້ການຊ່ວຍເຫຼືອໃນການບູລະນະຟື້ນຟູ ພື້ນຖານໂຄງລ່າງດ້ານກະສິກໍາ ທີ່ໄດ້ຮັບຜົນກະທົບຈາກໄພນ້ໍາຖ້ວມ ໂດຍສະເພາະໃນການບູລະນະສ້ອມແປງ ພື້ນຖານໂຄງລ່າງໃນຊຸມຊົນ ຊຶ່ງລວມມີ ພື້ນທີ່ກະສິກໍາ, ຊົນລະປະທານ ແລະ ຄອງລະບາຍນ້ໍາ, ຖະຫນົນຫົນທາງ ແລະ ໂຄງລ່າງພື້ນຖານອື່ນໆ ຂອງຊຸມຊົນ ເພື່ອຊ່ວຍໃຫ້ຊຸມຊົນສາມາດຜະລິດໄດ້ຫຼາຍຂຶ້ນໃນອະນາຄົດ ແລະ ອື່ນໆ.

ຂໍ້ມູນ : ອົງການອາຫານໂລກ & ໜັງສືພິມວຽງຈັນທາຍ