ຂ່າວລາຍວັນ

ແຊບອກຕໍ່ ໄດ້ບຸນຢາດີ ເປັນລົມວິນວຽນ, ແກ້ຕັບ ມ້າມໃຫຍ່ 100%

ຕົ້ນເພ້ຍຟານ ເປັນຢາ​ດີ ເປັນລົມວິນວຽນ, ແກ້ຕັບ ມ້າມໃຫຍ່

ຕົ້ນເພ້ຍຟານສັມີບພະຄຸນທີ່ຫລາກຫລາຍເຊັ່ນ: ຮາກ: ຝົນໃສ່ນ້ຳດື່ມເປັນຢາແກ້ໄຂ້, ພິຊຳແດງ, ໃຊ້ຄ້ຽວອົມ ຫຼື ໃຊ້ຄ້ຽວກັບໝາກເປັນຢາແກ້ໄອ, ຕົ້ມດື່ມເປັນຢາແກ້ທ້ອງບິດ, ແກ້ອາການຈຸກສຽດທ້ອງ, ຮັກສາອາການເຈັບກ້າມເນື້ອ.

ທັງຕົ້ນ: ໃຊ້ຕົ້ມດື່ມເປັນຢາແກ້ຕົວເຫຼືອງ, ຕາເຫຼືອງ, ເປັນຢາແກ້ໄຂ້, ແກ້ໄຂ້ມາລາເຣຍ (ຕົ້ນ, ຮາກ, ໝາກ, ທັງຕົ້ນ ແລະ ແກ່ນ).ໃບ: ເປັນຢາແກ້ຕັບ, ມ້າມໃຫຍ່, ໃຊ້ຕຳກັບປູນພອກຖອນພິດແມງຂີ້ແຂັບ, ແມງງອດກັດ, ແກ້ຝີໜອງ ແລະ ຂີ້ກາກຂີ້ເກື້ອນ.

ໝາກ: ເປັນຢາແກ້ທ້ອງບິດ, ໃຊ້ເປັນຢາຂັບພະຍາດພິດ, ຂ້າພະຍາດພິດ (ໝາກ ແລະ ແກ່ນ), ເປັນຢາແກ້ອາການເຈັບທ້ອງ, ເປັນຢາແກ້ກະໄສ, ບຳລຸງທາດ, ຊ່ວຍຈະເລີນອາຫານ, ແກ້ອາການເປັນລົມວິນວຽນ, ຕົ້ມດື່ມເປັນຢາຂັບພິຮ້ອນ (ໝາກສົດ 5-10 ກຼາມ), ແກ່ອາການຫາວເລີ, ໝາກແກ້ອາການຮາກເປັນເລືອດ, ແກ້ອາການເຈັບເອິກ, ຊ່ວຍບຳລຸງນ້ຳດີ, ບຳລຸງນ້ຳເຫຼືອງ, ເປັນຢາແກ້ລົມ, ແກ້ພິດຕານຊາງ, ຂັບເສມຫະ ແລະ ຂັບພະຍາດພິດໃນທ້ອງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button