ຂ່າວລາຍວັນ

ດ່ວນ ຄົນໄທ 7 ຄົນ

ຈາກການລາຍງານຂ່າວ ສະຖານກົງສູນ(ກົງສຸນໄທປະຈຳ ສປປ.ລາວ)ລວມສົ່ງຄົນໄທ 7 ຄົນກັບປະເທດໄທ.

ເມື່ອວັນທີ 20 ສິງຫາ 2564 ທ່ານອະທິປັດ ໂຣດຈະນະໄພບູນ ກົງໃຫຍ່ ທີ່ແຂວງສະຫວັນນະຂດ ເຂົ້າຮ່ວມພິທີສົ່ງຕົວຄົນໄທ 7 ຄົນ ທີ່ຖືກທາງການແຂວງຈຳປາສັກ ສປປ.ລາວ ຈັບກຸມໃນຂໍ້ຫາລ້ຳເຂດແດນເມື່ອວັນທີ 1 ສິງຫາ 2021 ແລ້ວທຳການກັກຕົວຕາມມາດຕາການປ້ອງກັນໂລກໂຄວິດ-19 ແລະ ປັບໄຫມຄົນລະ 2 ລ້ານກີບ (ປະມານ 6,000 ບາດ) ພີທີຈັດຂື້ນທີ່ຈຸດຜ່ານແດນຖາວອນຊ່ອງເມັກຈັງຫວັດອຸບົນຣາດຊະທານີ ຖດຍມີໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຮັກສາການເຈົ້າແຂວງຈຳປາສັກ ທ່ານສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ແລະ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງຂອງແຂວງຈຳປາສັກ ເປັນຝ່າຍສົ່ງມອບໃຫ້ແກ່ທ່ານສະຣິດ ວິທູນ (นายสฤษดิ์ วิฑูรย์) ຜູ້ວ່າຣາດຊະການຈັງຫວັດອຸບົນຣາດຊະທານີ ທ່ານເມທາ ຣຸ່ງຣຶໄທວັດ(นายเมธา รุ่งฤทัยวัฒน์)ຮອງຜູ້ວ່າຣາດຊະການຈັງຫວັດອຸບົນຣາດຊະທານີ ອັນຫນຶ່ງ ພິທີດັ່ງກ່າວເປັນໄປດ້ວຍຄວາມຮຽບຮ້ອຍ ແລະ ສອດຄ່ອງຕາມມາດຕະການ ການປ້ອງກັນໂລກໂຄວິດ-19 ຢ່າງເຄັ່ງຄັດ.

ຮັກສາການເຈົ້າແຂວງຈຳປາສັກ ແລະ ຜູ້ວ່າຣາດຊະການຈັງຫວັດອຸບົນຣາດຊະທານີ ກ່າວໃນພິທີນີ້ວ່າ ລະບຸເຖີງຄວາມຮ່ວມມືຢ່າງໃກ້ຊິດລະຫວ່າງທັ້ງສອງຝ່າຍໃນດ້ານຕ່າງໆ ໂດຍສະເພາະການດູແລປະຊາຊົນທີ່ລ້ຳເຂດແດນໂດຍບໍ່ໄດ້ຕັ້ງໃຈ ຕະຫລອດຈົນຄວາມຮ່ວມມືໃນການປ້ອງກັນໂລກໂຄວິດ-19 ໂອກາດນີ້ ຜູ້ວ່າຣາດຊະການຈັງຫວັດອຸບົນຣາດຊະທານີ ສະແດງຄວາມຂອບໃຈ ແຂວງຈຳປາສັກທີ່ ດູແລຄົນໄທກຸ່ມນີ້ເປັນຢ່າງດີ ແລະ ໃຫ້ຄວາມຊ່ວຍເຫລືອໃນການສົ່ງກັບປະເທດໂດຍໄວ.

ການດຳເນີນການຂ້າງຕົ້ນເປັນຜົນຈາກທີ່ກ່ຽວຂ້ອງແຂວງຈຳປາສັກໃນການຕິດຕາມ ແລະ ໃຫ້ຄວາມຊ່ວຍເຫລືອຄົນໄທທັງ 7 ຄົນ ຢ່າງຕໍ່ເນື່ອງ ແລະ ໃກ້ຊິດ ໂດຍລະຫວ່າງການກັກຕົວ 14 ວັນ ຕາມມາດຕະການ ເຈົ້າຫນ້າທີ່ສະຖານກົງສຸນໃຫຍ່ ໄດ້ເຂົ້າຢຽມຢາມຄົນໄທກຸ່ມດັ່ງກ່າວ 2 ຄັ້ງ (ວັນທີ 4 ແລະ 18 ສິງຫາ 2021 ) ທີ່ສູນກັກຕົວຫລັກ 21 ແຂວງຈຳປາສັກ ລວມທັງໄດ້ມອບຂອງໃຊ້ໃນຊີວິດປະຈຳວັນເຊັ່ນ: ເສື້ອຜ້າ,ຂອງໃຊ້ສ່ວນຕົວ ຫນ້າການອະນາໄມ ແລະ ອາຫານແຫ້ງດ້ວຍ.

#ThaiConsulateSVK #เก็บเห็ด

#ຂໍ້ມູນຈາກ:สถานกงสุลใหญ่ ณ แขวงสะหวันนะเขต

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!