ຊີ ວິ ດ ຄູ່ ແລະ ຄອບ ຄົວຂອງ ທ່ ານ ສີ ຈິ້ນ ຜິງ ປະທານປະເທດແຫ່ງ ສປຈີນ
ທ່ານສີຈິ້ນຜິງໃຫ້ຄວາມສຳຄັນຫຼາຍຕໍ່ກັບຄອບຄົວ, ທ່ານມີຄວາມກະຕັນຍູຕໍ່ພໍ່ແມ່, ຮັກເມຍ ແລະຮັກລູກ. ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານກ່າວວ່າ: “ຂ້າພະເຈົ້າມີຄອບຄົວທີ່ມີຄວາມສຸກຫຼາຍ, ສອງຜົວເມຍຕ່າງກໍມີພາລະກິດຂອງຕົນ, ແຕ່ກໍຮ່ວມຈິດຮ່ວມໃຈກັນສ້າງຄອບຄົວໃຫ້ດີ.”

ທ່ານສີຈິ້ນຜິງ ແລະທ່ານນາງເຜີງລີ້ຢວນໄດ້ເກາະແຂນກັນມາ 30 ກວ່າປີແລ້ວ, ຢູ່ໃນຫ້ອງການຂອງທ່ານສີຈິ້ນຜິງໄດ້ວາງຮູບຖ່າຍຂອງທ່ານນາງເຜີງລີ້ຢວນ, ທ່ານນາງເຜີງລີ້ຢວນໄດ້ໄປບ້ານຫຼຽງເຈ່ຍເຫີນຳກັນກັບທ່ານສີຈິ້ນຜິງເພື່ອຢ້ຽມຢາມພີ່ນ້ອງປະຊາຊົນ, ການນຸ່ງຖື ແລະທ່າທາງຂອງພວກເພິ່ນມີຄວາມກົມກຽວເຂົ້າກັນດີ.

ເລື່ອງມະຍິກມະຍ່ອຍຕ່າງໆ, ໄດ້ສະແດງໃຫ້ເຫັນເຖິງຄວາມສຸກທີ່ຜົວເມຍຮ່ວມຈິດຮ່ວມໃຈ ແລະ ເພິ່ງພາອາໄສ ເຊິ່ງກັນແລະກັນ.ໃນເວລາພວກເພິ່ນແຕ່ງດອງ ບໍ່ໄດ້ຈັດພິທີຫຍັງເລີຍ ທ່ານສີຈິ້ນຜິງ ແລະ ທ່ານນາງເຜີງລີ້ຢວນໄດ້ຕົກຂຸມຮັກໃນເວລາພົບໜ້າກັນຄັ້ງທຳອິດເມື່ອປີ 1986, ແລະ ໄດ້ໄປຈົດທະບຽນແຕ່ງດອງຢູ່ນະຄອນເຊ້ນເມີນໃນເດືອນກັນຍາປີ 1987.

ທ່ານຫວາງຈິ່ນສຸຍ, ເພື່ອນຮ່ວມງານຂອງທ່ານສີຈິ້ນຜິງໃນໄລຍະທີ່ເຮັດວຽກຢູ່ນະຄອນເຊ້ຍເມີນໄດ້ຫວນຄືນວ່າ: “ໃນຄວາມເປັນຈິງແລ້ວ, ເຂົາເຈົ້າບໍ່ໄດ້ຈັດພິທີແຕ່ງດອງຫຍັງເລີຍ. ໃນຕອນນັ້ນທ່ານສີຈິ້ນຜິງຍັງບໍ່ທັນມີທີ່ຢູ່ຖາວອນຢູ່ເຊ້ຍເມີນ, ອາໄສຢູ່ຫໍພັກຂອງຄະນະພັກນະຄອນ, ໃນມື້ທີ່ເພິ່ນແຕ່ງດອງ ເພິ່ນໄດ້ລ້ຽງເຂົ້າພວກເຮົາແບບລຽບງ່າຍຢູ່ຮ້ານນອກ.” ຫຼັງຈາກນັ້ນ, ຄົນທັງຫຼາຍໄດ້ກັບມາດື່ມນໍ້າຊາຢູ່ຫໍພັກຂອງທ່ານສີຈິ້ນຜິງ.

“ເພິ່ນບໍ່ໄດ້ກຽມຫຍັງເລີຍ, ແມ່ນແຕ່ຈອກນ້ຳຊາກໍຍັງບໍ່ພໍກັນ. ຄູ່ສ້າງຄອບຄົວໃໝ່ມີຈອກນ້ຳຊາພຽງ 2 ຈອກ, ສະນັ້ນຈຶ່ງໄດ້ເອົາຈອກສຳລັບບ້ວນປາກໃນຍາມຖູແຂ້ວມາອີກ 2 ຈອກ, ແລ້ວກໍ່ເອົາຖ້ວຍ 2 ໃບມາອີກ, ຈຶ່ງຄົບຄົນມີ 6 ຈອກ. ທ່ານນາງເຜີງລີ້ຢວນໄດ້ໄປຊື້ເຂົ້າໜົມອົມຫໍ່ໃຫຍ່ໃນລາຄາ 5 ຢວນມາຮັບແຂກ.”

ຫຼັງຈາກການແຕ່ງດອງແລ້ວ, ທ່ານສີຈິ້ນຜິງ ແລະທ່ານນາງເຜີງລີ້ຢວນຕ່າງກໍມີພາລະກິດຂອງຕົນ, ຈຶ່ງບໍ່ສາມາດຢູ່ນຳກັນໄດ້ເລື້ອຍໆ, ແຕ່ກໍຮູ້ໃຈ ແລະ ໃຫ້ການສະໜັບສະໜູນເຊິ່ງກັນແລະກັນ, ສຸມທຸກຄວາມພະຍາຍາມເພື່ອເອົາໃຈໃສ່ ແລະ ເບິ່ງແຍງເຊິ່ງກັນແລະກັນ. ທ່ານນາງເຜີງລີ້ຢວນເວົ້າວ່າ: ທ່ານສີຈິ້ນຜິງແມ່ນ “ ສາມີທີ່ໄດ້ມາດຕະຖານ”ແລະ ເປັນ “ພໍ່ທີ່ໄດ້ມາດຕະຖານ”, ທ່ານນາງເຜີງລີ້ຢວນໄດ້ເອົາໃຈໃສ່ເບິ່ງແຍງທ່ານສີຈິ້ນຜິງເປັນພິເສດ. ວັນທີ 14 ສິງຫາປີ 2004,

ໃນເວລາໃຫ້ສຳພາດຕໍ່ໂທລະພາບຢຽນອ່ານພາຍໃຕ້ຫົວຂໍ້ “ຂ້າພະເຈົ້າແມ່ນຄົນຢຽນອ່ານ”, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ກ່າວເຖິງຊີວິດຄອບຄົວຂອງຕົນ, ໂດຍເວົ້າວ່າ: “ຂ້າພະເຈົ້າມີຄອບຄົວທີ່ມີຄວາມສຸກຫຼາຍ, ສອງຜົວເມຍພວກເຮົາລ້ວນແຕ່ມີພາລະກິດຂອງຕົນ, ແຕ່ສຳລັບຄອບຄົວແລ້ວ, ກໍໄດ້ຮ່ວມຈິດຮ່ວມໃຈເພື່ອສ້າງຄອບຄົວໃຫ້ດີ.” ທ່ານກ່າວຕື່ມວ່າ: “ຂ້າພະເຈົ້າໄດ້ໂທຫາເມຍມື້ລະເທື່ອ.”ພວກເພິ່ນລ້ວນແຕ່ແມ່ນຜູ້ທີ່ຖ່ອມຕົວທີ່ສຸດ
ທ່ານສີຈິ້ນຜິງ ແລະທ່ານນາງເຜີງລີ້ຢວນໄດ້ຕັ້ງຊື່ໃຫ້ລູກສາວວ່າ “ໝິງເຈີ”, ໂດຍໄດ້ຝາກຄວາມມຸ່ງຫວັງໃຫ້ກັບລູກສາວວ່າ:ຈົ່ງ “ເປັນຄົນບໍລິສຸດຜຸດຜ່ອງ, ເປັນຄົນທີ່ມີປະໂຫຍດຕໍ່ສັງຄົມ”, ນີ້ກໍ່ໄດ້ສະແດງໃຫ້ເຫັນແບບແຜນທີ່ບໍລິສຸດລຽບງ່າຍຂອງຄອບຄົວພວກເພິ່ນ. ໃນໄລຍະທີ່ທ່ານສີຈິ້ນຜິງເຮັດວຽກຢູ່ນິງເຕີຂອງແຂວງຟູຈ້ຽນ, ທ່ານນາງເຜີງລີ້ຢວນໄດ້ໄປຫາທ່ານສີຈິ້ນຜິງຫຼາຍເທື່ອ, ທຸກເທື່ອກໍແມ່ນຊື້ປີ້ລົດດ້ວຍຕົນເອງຫຼື ໄປນຳລົດຜູ້ອື່ນທີ່ແວ່ນິງເຕີ. ທ່ານສິງສາງປາວທີ່ຮູ້ຈັກກັບທ່ານສີຈິ້ນຜິງອ່າວຫຼາຍໃນໄລຍະນັ້ນໄດ້ຫວນຄືນວ່າ: “ຕອນອາຈານເຜີງລີ້ຢວນໄປນິງເຕີ, ໄດ້ໄປຊື້ຜັກເອງ, ແລະແຕ່ງກິນເອງໃຫ້ທ່ານສີຈິ້ນຜິງ, ທ່ານກໍ່ຊວນພວກເຮົາໄປກິນເຂົ້າຮ່ວມກັນຢູ່ເຮືອນເພິ່ນ.”
ທ່ານສີຈິ້ນຜິງໄດ້ວາງຮູບຖ່າຍພັນລະຍາຢູ່ໃນຫ້ອງການຂອງຕົນຢູ່ໃນຫ້ອງການຂອງທ່ານສີຈິ້ນຜິງໄດ້ວາງຮູບຖ່າຍຫຼາຍໃບຂອງທ່ານນາງເຜີງລີ້ຢວນ. ວັນທີ 31 ທັນວາປີ2020, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ກ່າວຄຳອວຍພອນປີໃໝ່ສາກົນ 2021, ຢູ່ເທິງຖ້ານປຶ້ມຢູ່ດ້ານຫຼັງຂອງທ່ານໄດ້ວາງຮູບຖ່າຍ 21 ໃບຢ່າງເປັນລະບຽບ, ໃນນີ້ມີຮູບຖ່າຍຄອບຄົວຫຼາຍໃບເຊັ່ນ: ຮູບທ່ານສີຈິ້ນຜິງຍູ້ລໍ້ທ່ານສີຈົ້ງຊຸ່ນຜູ້ເປັນພໍ່ທັງຍ່າງເລາະຮ່ວມກັບພັນລະຍາພ້ອມລູກສາວເຊິ່ງເປັນພາບແຫ່ງຄວາມອົບອຸ່ນພາຍໃນຄອບຄົວ.
ທ່ານສີຈິ້ນຜິງແລະທ່ານນາງເຜີງລີ້ຢວນໄດ້ໂຊມືທ່ານນາງສີຊິ່ນຜູ້ເປັນທັງແມ່ທັງຍ່າ, ທ່ານສີຈິ້ນຜິງແລະທ່ານນາງເຜີງລີ້ຢວນຖ່າຍຮູບຮ່ວມກັນຢູ່ບູຮານສະຖານນ້ຳພຸສວນອຸທິຍານຢວນມິງຢວນ, ຮູບຖ່າຍຄອບຄົວທັງສາມຄົນຄື:ທ່ານສີຈິ້ນຜິງ,ທ່ານນາງເຜີງລີ້ຢວນແລະ ລູກສາວ. ຄົນທັງຫຼາຍຍັງໄດ້ເຫັນ ຮູບຖ່າຍດ່ຽວຂອງທ່ານນາງເຜີງລີ້ຢວນຕອນຍັງໜຸ່ມກໍໄດ້ວາງຢູ່ເທິງຖ້ານປຶ້ມເຊັ່ນກັນ.
ແນະນຳທ່ານນາງເຜີງລີ້ຢວນໃຫ້ພີ່ນ້ອງປະຊາຊົນຮູ້ວ່າ: “ນີ້ແມ່ນ ‘ໂພຢີ’ ຂ້າພະເຈົ້າ”
ວັນທີ 13 ກຸມພາປີ2015, ທ່ານສີຈິ້ນຜິງໄດ້ກັບໄປຢ້ຽມຢາມບ້ານຫຼຽງເຈ່ຍເຫີອີກຄັ້ງໜຶ່ງ ບ້ານຊົນນະບົດທີ່ທ່ານສີຈິ້ນຜິງໃຊ້ຊີວິດ ແລະ ອອກແຮງງານຕອນຍັງໜຸ່ມໃນຖານະເປັນໄວໜຸ່ມປັນຍາຊົນທັງເປັນບ່ອນທີ່ທ່ານຄິດຮອດຄິດເຖິງຢູ່ສະເໝີ. ຢູ່ຕໍ່ໜ້າຫີນສີລາທີ່ສະຫລັກຕົວອັກສອນທີ່ວ່າ “ຄັນຄູນາຂອງໄວໜຸ່ມປັນຍາຊົນ”ທີ່ຕັ້ງຢູ່ປາກທາງເຂົ້າບ້ານ, ພີ່ນ້ອງປະຊາຊົນ 10 ກວ່າຄົນໄດ້ຈັບມືທ່ານສີຈິ້ນຜິງທັງຖາມສະບາຍດ້ວຍຄວາມຕື່ນເຕັ້ນດີໃຈທີ່ໄດ້ຕ້ອນຮັບທ່ານໃນໂອກາດທີ່ກັບມາຢາມຊາວບ້ານ.
ຜູ້ທີ່ເປັນເພື່ອນຮ່ວມເດີນທາງໄປຢາມບ້ານຫຼຽງເຈ່ຍເຫີໃນເວລານັ້ນຍັງມີທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານ. ທ່ານສີຈິ້ນຜິງໄດ້ແນະນຳທ່ານນາງເຜີງລີ້ຢວນໃຫ້ພີ່ນ້ອງປະຊາຊົນຮູ້ດ້ວຍພາສາທ້ອງຖິ່ນຂອງພາກເໜືອແຂວງສ້ານຊີ່ວ່າ :“ນີ້ແມ່ນ ‘ໂພຢີ’ ຂ້າພະເຈົ້າ ( ‘ໂພຢີ’ເປັນພາສາທ້ອງຖິ່ນທີ່ມີຄວາມໝາຍວ່າ ເມຍ), ມື້ນີ້ ຂ້າພະເຈົ້າໄດ້ພານາງມາພົບພີ່ນ້ອງປະຊາຊົນທັງຫຼາຍ”. ຊາວບ້ານທັງຫຼາຍກໍຈັບມືກັບທ່ານນາງເຜີງລີ້ຢວນດ້ວຍຄວາມອົບອຸ່ນເພື່ອສະແດງຄວາມຍິນດີຕ້ອນຮັບທ່ານນາງເຜີງລີ້ຢວນມາຢາມບ້ານຫຼຽງເຈ່ຍເຫີ.
– ເລື້ອງມະຍິກມະຍ່ອຍໄດ້ສ່ອງແສງໃຫ້ເຫັນເຖິງຄວາມອົບອຸ່ນຂອງຄອບຄົວຄົນຈີນ
ຢູ່ປະເທດອົສຕຣາລີ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມກ່ຳປັ່ນສຳຫຼວດວິທະຍາສາດຂົ້ວໂລກໃຕ້ “ເຊລົງ”,ໃນເວລາພວມຍ່າງເຂົ້າຫ້ອງໜຶ່ງຂອງກ່ຳປັ່ນທີ່ຢູ່ບ່ອນອ່າວສູງ, ທ່ານໄດ້ຫັນກັບມາ ພ້ອມເດ່ມືທັງເວົ້າວ່າ “ມາ!”ແລ້ວຈັບມືທ່ານນາງເຜີງລີ້ຢວນເຂົ້າຫ້ອງກ່ຳປັ່ນໄປນຳກັນ. ຢູ່ປະເທດອິນເດຍ, ໂດຍຕອບສະໜອງຕາມຄຳເຊີນຂອງເຈົ້າໜ້າທີ່ຝ່າຍອິນເດຍໃຫ້ໄປຂີ່ໂອນຊາ, ທ່ານນາງເຜີງລີ້ຢວນໄດ້ລອງຂີ່ໄກວໄປມາຫຼາຍເທື່ອ, ແລ້ວກໍເອົາມືຕົບໃສ່ບ່ອນວ່າງຢູ່ທາງຂ້າງເພື່ອຊວນທ່ານສີຈິ້ນເຜິງໃຫ້ມາຂີ່ນຳກັນ, ທ່ານສີຈິ້ນຜິງກໍຟ້າວຂຶ້ນເມື່ອຂີ່, ສອງຜົວເມຍໄດ້ຂີ່ໂອຊາຮ່ວມກັນຢ່າງມ່ວນຊື່ນ.
ໃນເວລາຢ້ຽມຢາມຄອບຄົວຊາວກະສິກອນຢູ່ແຫ່ງໜຶ່ງຂອງປະເທດກົສຕາລີກາ, ເຈົ້າຂອງເຮືອນໄດ້ເອົາເຂົ້າໜົມມາຮັບແຂກ, ທ່ານສີຈິ້ນຜິງກໍຈັບເອົາກ້ອນໜຶ່ງທັງເວົ້ານຳທ່ານນາງເຜີງລີ້ຢວນວ່າ: “ເຮົາສອງຄົນກິນກ້ອນດຽວຮ່ວມກັນກໍ່ພໍເນາະ”, ເວົ້າແລ້ວກໍຈັບເອົາເຂົ້າໜົມໄປຫາທ່ານນາງເຜີງລີ້ຢວນເພື່ອໃຫ້ພັນລະຍາບິເອົາເຄິ່ງໜຶ່ງໃຫ້ຕົນ… ເລື້ອງມະຍິກມະຍ່ອຍນ້ອຍໆເຫຼົ່ານີ້ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັກທີ່ຈິງໃຈຂອງສອງຜົວເມຍທີ່ຮ່ວມຈິດຮ່ວມໃຈກັນແລະເບິ່ງແຍງດູແລກັນ.
ທີ່ມາ: CRI-FM93