ລາວ-ລັດເຊຍ
ລາວ-ລັດເຊຍ ມີຜົນສໍາເລັດສູງໃນຊ້ອມຮົບ ຄັ້ງທີ 2 ທີ່ສະຫະພັນລັດເຊຍ
ໃນວັນທີ 18 ສິງຫາ 2021 ທີ່ລັດເຊຍ ເຫລົ່າຮົບລົດຕັງ ລາວ-ລັດເຊຍ ໄດ້ດໍາເນີນການຊ້ອມຮົບທາງຍຸດທະວິທີ ສູ້ຮົບຮ່ວມກັນຢ່າງເປັນທາງການ ໃນຫົວຂໍ້: ປະຕິບັດການ ປາບປາມ ຕ່າວໂຈມຕີກຸ່ມກໍ່ການຮ້າຍ ບົນເງື່ອນໄຂການຕໍ່ສູ້ທີ່ທັນສະໄໝ, ນໍາໃຊ້ລູກປືນແທ້,

ການເຄື່ອນໄຫວຊ້ອມຮົບ, ສອງເຫລົ່າຮົບລົດຕັງ ລາວ-ລັດເຊຍ ແມ່ນໄດ້ຮ່ວມກັນຄົ້ນຫາເປົ້າໝາຍ, ປິດລ້ອມ ແລະ ດັບສູນເປົ້າໝາຍ, ເຊິ່ງໄດ້ດໍາເນີນໄປຢ່າງວ່ອງໄວຄ່ອງແຄ້ວ ແລະ ດັບສູນເປົ້າໝາຍຢ່າງມີປະສິດທິຜົນສູງ. ການຊ້ອມຮົບຮ່ວມດັ່ງກ່າວ, ນອກຈາກໄດ້ນໍາໃຊ້ເຫລົ່າຮົບລົດຕັງ, ກໍາລັງໄຟປືນໃຫຍ່ໜ້າດິນຍິງໂຈມຕີເປົ້າໝາຍທາງພາກພື້ນດິນ ຮ່ວມກັບເຫລົ່າຮົບອື່ນໆແລ້ວ ຍັງໄດ້ນໍາໃຊ້ຍົນສູ້ຮົບ Su-25 ຈໍານວນ 4 ລໍາ, ຍົນເຮລີກັອບເຕີ KA 52 ຈໍານວນ 2 ລໍາ, ຍິງປະສານທໍາລາຍເປົ້າໝາຍທາງອາກາດ.

ການຊ້ອມຮົບຮ່ວມລົດຕັງ ລາວ-ຣັດເຊຍ ຄັ້ງນີ້, ຝ່າຍກອງທັບປະຊາຊົນລາວນໍາໂດຍ ສະ ຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ຫົວໜ້າຄະນະຮັບຜິດຊອບ ຊີ້ນໍາການຊ້ອມຮົບຮ່ວມລົດຕັງ ລາວ-ລັດເຊຍ (ລາໂຣສ – 2021), ສ່ວນ ຝ່າຍກໍາລັງປະກອບອາວຸດ ແຫ່ງສະຫະພັນລັດເຊຍ ນໍາໂດຍ ສະຫາຍ ພົນຕີ ເຊຍວາຣຸກກົບ ຮອງຜູ້ບັນຊາການທະຫານ ເຂດຕາເວັນອອກ ແຫ່ງ ສະຫະພັນລັດເຊຍ.
ການຊ້ອມຮົບຮ່ວມລົດຕັງ ລະຫວ່າງກອງທັບປະຊາຊົນລາວ ແລະ ກໍາລັງປະກອບອາວຸດແຫ່ງສະຫະພັນລັດເຊຍ ປະຈໍາ ປີ 2021 ຄັ້ງນີ້, ແມ່ນໄດ້ດໍາເນີນໄປຕາມແຜນການການຊ້ອມຮົບຮ່ວມ ທີ່ທັງສອງຝ່າຍໄດ້ກໍານົດໄວ້ ປະສົມປະສານ ກັບການນໍາໃຊ້ອາວຸດ, ອຸປະກອນຮັບປະກັນໃຫ້ແກ່ການຊ້ອມຮົບທີ່ທັນສະໄໝ ບວກກັບນໍ້າໃຈສູ້ຮົບອັນອົງອາດກ້າຫານ ແລະ ຍຸດທະວິທີມີໄຫວພິບ ໃນການ ນໍາໃຊ້ອາວຸດຢ່າງຊໍານິຊໍານານຂອງທະຫານລາວ ແລະ ລັດເຊຍ ໄດ້ເຮັດໃຫ້ການຊ້ອມຮົບຮ່ວມລົດຕັງ ລາວ-ລັດເຊຍ ປະຈໍາປີ 2021 ພາຍໃຕ້ຫົວຂໍ້ “ການເຄື່ອນໄຫວສູ້ຮົບຮ່ວມ ໃນການດຳເນີນການປະຕິ ບັດການປາບປາມ ຕ່າວໂຈມຕີ ກຸ່ມກໍ່ການຮ້າຍ” ໄດ້ດໍາເນີນໄປຢ່າງມີຜົນສໍາເລັດສູງ.