ຂ່າວດີ ລາວກຽມຜະລິດ ວັກຊິນ ເພື່ອເພື່ອຮັບໃຊ້ມວນຊົນ ແລະ ສົ່ງອອກຈາກປະເທດ
ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຍັງມີການແຜ່ລະບາດເປັນວົງກວ້າງຢູ່ຫຼາຍກວ່າ 200 ປະເທດໃນທົ່ວໂລກ ລວມທັງ ສປປ ລາວ ແລະ ຍັງບໍ່ຮູ້ວ່າພະຍາດດັ່ງກ່າວຈະສິ້ນສຸດ ແລະ ຫາຍໄປຈາກໂລກນີ້ວັນໃດດັ່ງນັ້ນລັດຖະບານລາວ ຕາງໜ້າໂດຍກະຊວງສາທາລະນະສຸກ ກໍາລັງປຶກສາຫາລື ກັບບໍລິສັດ ຜະລິດຢາຢວນຊູ ແລະ ບໍລິສັດຄົ້ນຄວ້າຜະລິດວັກຊິນຕ້ານພະຍາດໂຄວິດ-19 (ບໍລິສັດ StemiRNa)

ກ່ຽວກັບການຈັດຕັ້ງປະຕິບັດໂຄງການທົດລອງ ແລະ ຜະລິດວັກຊິນຕ້ານພະຍາດໂຄວິດ-19 ຢູ່ໃນປະເທດລາວເພື່ອໃຊ້ໃນປະເທດລາວ ແລະ ເພື່ອສົ່ງອອກ ໃນນັ້ນໝາຍຄວາມວ່າປະຊາຊົນລາວອາດຈະໄດ້ໃຊ້ວັກຊິນຕ້ານພະຍາດໂຄວິດ-19 ທີ່ຜະລິດຢູ່ໃນປະເທດ ໃນອະນາຄົດ.
ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ

ຕ້ອນຮັບ ທ່ານ Ding YUEFAN ຕາງໜ້າບໍລິສັດຜະລິດຢາຢວນຊູ ແລະ ຕາງໜ້າໃຫ້ບໍລິສັດຄົ້ນຄ້ວາຜະລິດວັກຊີນຕ້ານໂຄວິດ-19 (ບໍລິສັດ StemiRNa) ພ້ອມດ້ວຍວິຊາການ ເພື່ອປຶກສາຫາລື

ກ່ຽວກັບການຈັດຕັ້ງປະຕິບັດໂຄງການທົດລອງ ແລະ ຜະລິດວັກຊີນ ຕ້ານ ໂຄວິດ ຢູ່ ສປປ ລາວ ເພື່ອຮັບໃຊ້ມວນຊົນ ແລະ ສົ່ງອອກຕ່າງປະເທດ. 17 ສິງຫາ 2021
