ຂ່າວລາຍວັນ

ນາຍົກ 5 ປະ ເ ທ ດ ລາອອກ ຈາ ກ ຕໍ າ ແໜ່ງ

ນາຍົກລັດຖະມົນຕີຂອງ 5 ປະເທດ ໄດ້ລາອອກຈາກຕໍາແໜ່ງ ເນື່ອງຈາກບໍ່ສາມາດບໍລິຫານຈັດການກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ ເຊິ່ງມີປະເທດ:

1. ນາຍົກລັດຖະມົນຕີປະເທດມົງໂກນ ທ່ານ ຄູເລຊຸກ ອຸກນາ ນາຍົກລັດຖະມົນຕີ ໄດ້ລາອອກຈາກຕໍາແໜ່ງໃນວັນທີ 21 ມັງກອນ 2021 ຫຼັງຈາກທີ່ປະຊາຊົນອອກມາປະທ້ວງເຖິງການບໍລິຫານຈັດການໂຄວິດ-19 ທີ່ຜິດພາດ

2. ນາຍົກລັດຖະມົນຕີປະເທດອີຕາລີ ທ່ານ ຈູເຊປເປ້ ຄອນເຕ້ ນາຍົກລັດຖະມົນຕີ ໄດ້ລາອອກຈາກຕໍາແໜ່ງໃນວັນທີ 26 ມັງກອນ 2021 ຫຼັງຖືກວິພາກວິຈານກ່ຽວກັບການດໍາເນີນນະໂຍບາຍຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຈົນເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 85,000 ຄົນ

3. ນາຍົກລັດຖະມົນຕີປະເທດສະໂລວາກີ ທ່ານ ອີກໍ ມາໂຕວິດ ນາຍົກລັດຖະມົນຕີ ໄດ້ລາອອກຈາກຕໍາແໜ່ງໃນວັນທີ 23 ມີນາ 2021 ຫຼັງຈາກທີ່ຖືກວິຈານຢ່າງນັກໜ່ວງກ່ຽວກັບການລັກຊື້ວັກຊີນ Sputnik V ຈາກປະເທດຣັດເຊຍຈໍານວນ 2 ລ້ານໂດສ ໂດຍບໍ່ໄດ້ຮັບຄວາມເຫັນດີຈາກລັດຖະບານ

4. ນາຍົກລັດຖະມົນຕີປະເທດຕຸຍນີເຊຍ ທ່ານ ຮິເຊມ ເມຊີຊີ່ ນາຍົກລັດຖະມົນຕີ ໄດ້ຖືກປົດອອກຈາກຕໍາແໜ່ງ ໃນວັນທີ 25 ກໍລະກົດ 2021 ແລະ ຖືກສັ່ງຫ້າມບໍ່ໃຫ້ເຂົ້າຮ່ວມການປະຊຸມສະພາຊົ່ວຄາວ ຫຼັງຈາກທີ່ປະຊາຊົນອອກມາປະທ້ວງໃນການຮັບມືກັບສະຖານະການການແຜ່ລະບາດຂອງໂຄວິດ-19 ຜິດພາດ ເຮັດໃຫ້ມີຜູ້ຕິດເຊື້ອຕໍ່ມື້ເພີ່ມຂຶ້ນເປັນຈໍານວນຫຼາຍ

5. ນາຍົກລັດຖະມົນຕີປະເທດມາເລເຊຍ ທ່ານ ມູຍິດດິນ ຍັສຊິນ ນາຍົກລັດຖະມົນຕີປະເທດມາເລເຊຍ ໄດ້ລາອອກຈາກຕໍາແໜ່ງໃນວັນທີ 16 ສິງຫາ 2021 ຫຼັງຈາກທີ່ຖືກກົດດັນຈາກພັກຮ່ວມລັດຖະບານໃຫ້ລາອອກຈາກຕໍາແໜ່ງ ເພື່ອສະແດງຄວາມຮັບຜິດຊອບທີ່ບໍລິຫານຈັດການກັບສະຖານະການໂຄວິດ-19 ຜິດພາດ ເຮັດໃຫ້ປະເທດມາເລເຊຍເກີດການລະບາດຂອງພະຍາດທີ່ໜັກໜ່ວງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button