ຂ່າວລາຍວັນ
ສືບຕໍ່ລ໋ອກດາວຈົນເຖິງວັນທີ 03-09- 2021
ສືບຕໍ່ລ໋ອກດາວຈົນເຖິງວັນທີ03-09- 2021, ພ້ອມທັງ ສືບຕໍ່ປະຕິບັດມາດ ຕະການວາງອອກ ເເລະ ຜ່ອນຜັນບາງມາດຕະການ ຢູ່ນະຄອນຫຼວງວຽງຈັນ ເເລະ ເເຂວງທີ່ຍັງມີ ການລະບາດ ເຊີ່ງມີລາຍລະອຽດດັ່ງນີ້

ປະເທດພວກເຮົາສາມາດຄວບຄຸມການລະບາດໄດ້ໃນລະດັບດີ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນຊຸມຊົນຫຼຸດລົງເປັນສູນໃນບາງໄລຍະ ໂດຍສະເພາະໃນນະຄອນຫຼວງວຽງຈັນ.
ແຕ່ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກແຮງງານລາວທີ່ຢູ່ປະເທດໃກ້ຄຽງ ກັບຄືນມາ ສປປ ລາວ ນັບມື້ເພີ່ມຂຶ້ນ ເຮັດໃຫ້ຕົວເລກການຕິດເຊື້ອຈາກການນຳເຂົ້າໃນທົ່ວປະເທດ ແມ່ນເພີ່ມຂຶ້ນສູງ, ຊຶ່ງບາງວັນມີຫຼາຍກວ່າ 100 ກໍລະນີ