ຂ່າວລາຍວັນ

ນ້ອງຮຽນຈົບແລ້ວຢາກສ້າງແບຣນເຄື່ອງສຳອາງຂອງຕົນເອງໃນລາວ

ມີຄຳຖາມຈາກລຸ້ນນ້ອງຜູ້ໜຶ່ງເພີ່ນຖາມວ່າ “ນ້ອງຮຽນຈົບແລ້ວຢາກສ້າງແບຣນເຄື່ອງສຳອາງຂອງຕົນເອງໃນລາວ ຄືເຫັນໃນປະເທດເພື່ອນບ້ານ ລູກຄ້າໃຊ້ແລ້ວເກີດອາການແພ້ ເຮົາຈະມີຄວາມຜິດບໍ່?” ນີ້ເປັນເລື່ອງສຳຄັນທີ່ຫຼາຍຄົນອາດເບິ່ງຂ້າມໄປ ເພາະຖ້າຜະລິດສິນຄ້າເປັນແບຣນຂອງຕົນເອງແລ້ວສິ່ງໜຶ່ງທີ່ຕາມມາກໍຄືຄວາມຮັບຜິດຊອບທັງທາງແພ່ງ ແລະ ທາງອາຍາ ຕໍ່ກັບລູກຄ້າ ກໍຄືຜູ້ຊົມໃຊ້ສິນຄ້າຂອງເຮົາ.

ໃນກໍລະນີ ມີລູກຄ້າຊົມໃຊ້ຜະລິດຕະພັນເຄື່ອງສຳອາງຂອງເຮົາແລ້ວເກີດອາການແພ້ ຖ້າຫາກພິສູດຕໍ່ໜ້າສານແລ້ວວ່າຜູ້ກ່ຽວໄດ້ຜະລິດເຄື່ອງສຳອາງດັ່ງກ່າວດ້ວຍຄວາມບໍ່ລະມັດລະວັງເຊັ່ນ: ຜະລິດສິນຄ້າໂດຍບໍ່ໄດ້ຄຸນນະພາບ, ເສຍຄຸນ ຫຼື ມີສານຕົກຄ້າງຊຶ່ງເປັນອັນຕະລາຍຕໍ່ສຸຂະພາບ ອີງຕາມ ມາດຕາ 275 ຂອງປະມວນກົດໝາຍອາຍາ ປີ 2017 ຜູ້ຜະລິດເຄື່ອງສຳອາງ ກໍຄື ເຈົ້າຂອງແບຣນຈະຖືກປັບໃໝແຕ່ 7.000.000 ກີບ ຫາ 15.000.000 ກີບ. ໃນກໍລະນີທີ່ຜູ້ກ່ຽວຫາກໄດ້ກະທຳຜິດໂດຍເຈດຕະນາ ຫຼື ກໍ່ຄວາມເສຍຫາຍຫຼວງຫຼາຍ ຜູ້ກ່ຽວຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 3 ປີ ແລະ ຖືກປັບໃໝແຕ່ 5.000.000 ກີບ ຫາ 10.000.000 ກີບ.

ຍິ່ງໄປກວ່ານັ້ນ ຫາກຜູ້ກ່ຽວໄດ້ມີການຕົວະຍົວະ ແລະ ຫຼອກລວງຄຸນນະພາບຂອງເຄື່ອງສຳອາງ ຍົກຕົວຢ່າງ ໂຄສະນາວ່າ ໃຊ້ແລ້ວໜ້າຂາວໃສພາຍໃນ 7 ມື້ ແລ້ວຜູ້ໃຊ້ເກີດມີອາການແພ້ຂຶ້ນມາ ອີງຕາມ ມາດຕາ 289 ຂອງປະມວນກົດໝາຍອາຍາ ປີ 2017 ຜູ້ກ່ຽວອາດຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ. ໃນກໍລະນີຮ້າຍແຮງຫາກຜູ້ຊົມໃຊ້ເກີດໄດ້ຮັບບາດເຈັບສາຫັດຍ້ອນການຊົມໃຊ້ເຄື່ອງສຳອາງດັ່ງກ່າວ ຜູ້ກ່ຽວອາດຈະຖືກຕັດອິດສະລະພາບແຕ່ 3 ປີ ຫາ 5 ປີ ປັບໃໝ ແຕ່ 50.000.000 ກີບ ຫາ 150.000.000 ກີບ.

ໃນກໍລະນີຜູ້ຊົມໃຊ້ຫາກໄດ້ເສຍຊີວິດຍ້ອນຜະລິດຕະພັນ, ຜູ້ຜະລິດ (ເຈົ້າຂອງແບຣນ) ອາດມີໂທດຕັດອິດສະລະພາບແຕ່ 5 ປີ ຫາ 20 ປີ ຫຼື ຕະຫຼອດຊີວິດ ແລະ ຖືກປັບໃໝແຕ່ 100.000.000 (ໜຶ່ງຮ້ອຍລ້ານ) ກີບ ຫາ 1.000.000.000 (ໜຶ່ງຕື້) ກີບ.

ດັ່ງນັ້ນ, ພວກເຮົາ Phomsoupha & Son Law ຢາກເຕືອນຜູ້ທີ່ເປັນເຈົ້າຂອງແບຣນ ແລະ ຜູ້ທີ່ກຳລັງຈະເປັນເຈົ້າຂອງແບຣນເຄື່ອງສຳອາງ ແລະ ຜະລິດຕະພັນອື່ນໆໃຫ້ລະມັດລະວັງໃນຈຸດນີ້

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!