ດ່ວນ ແຊບອກຕໍ່ເລີຍ ຮອ ພູໃສ ສີສະຫວັນ (ຕື້) ແລະ ຮທ ສອນອາໄລ ໂພທິລາດ ຖຶກໄລ່ອອກຈາກຕຳແໜ່ງ
ດ່ວນ
ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ ວາດ້ວຍການປະຕິບັດວິໄນ ຕໍ່ນາຍຕໍາຫຼວດ ປກສ ແຂວງສະຫວັນນະເຂດ

ຄົນທີ 1: ຮອ ພູໃສ ສີສະຫວັນ (ຕື້) ອາຍຸ34 ປີ ຫນ້າທີຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງການຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະຈຸບັນຢູ່ບ້ານລາດຊະວົງໄຊ , ນະຄອນໄກສອນພົນວິຫານ , ແຂວງສະຫວັນນະເຂດ

ຄົນທີ 2 : ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ ຫນ້າທີ່ຮັບຜິດຊອບ ວິຊາການ ສັງກັນຢູ່ ກອງບັນຊາການ ປກສ ເມືອງສອງຄອນ ຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ບ້ານຢູ່ປະຈຸບັນ ບ້ານໂນນສະຫວ່າງ ເມືອງສອນຄອນ ແຂວງສະຫວັນນະເຂດ ທີ່ເປັນຂ່າວດັງທີ່ຜ່ານມາ ເປັນທີສົນໃຈຂອງປະຊາຊົນຈຳນວນຫຼາຍ ເພື່ອເປັນການ ປະຕິບັດລະບຽບວິໃນຂັ້ນສູງ ຕໍ່ຜູ້ກ່ຽວ ແມ່ນທາງ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ ຮອ ພູໃສ ສີສະຫວັນ (ຕື້) ແລະ ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ
ໄດ້ພົ້ນອອກຈາກກຳລັງ (ຢຸດການປະຕິບັດໜ້າທີ) ໂດຍຈະບໍ່ໄດ້ຮັບນະໂຍບາຍໃດໆ

ຂ່າວສະຫວັນນະເຂດ ພູໃສ(ຕື້) ສອນອາໄລ(ກະໂຕດ)
ທີ່ມາ:
ຄລີນິກທັນເຫດການ #vientianelive #vientiane live #update #ຄະນະສະເພາະກິດນະຄອນຫລວງວຽງຈັນ #ຄະນະສະເພາະກິດ #update