ສປ ຈີນ ລົງທຶນໃນ ສປປ ລາວ ເປັນອັນດັບໜຶ່ງ ມີ 813 ໂຄງການ ມູນຄ່າການລົງທຶນຫຼາຍກວ່າ 16 ຕື້ໂດລາ
ສປ ຈີນ ລົງທຶນໃນ ສປປ ລາວ ເປັນອັນດັບໜຶ່ງ ມີ 813 ໂຄງການ ມູນຄ່າການລົງທຶນຫຼາຍກວ່າ 16 ຕື້ໂດລາ
ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ 5 ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາວ່າ:
ນັບແຕ່ລັດຖະບານໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າ ກັບຕ່າງປະເທດ, ການລົງທຶນຈາກ ສປ ຈີນ ໄດ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມູນຄ່າການລົງທຶນຈາກ ສປ ຈີນ ຈັດຢູ່ໃນອັນດັບ 1 ໃນ ຈໍານວນ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ.
ການລົງທຶນຂອງ ສປ ຈີນ ໃນ ສປປ ລາວ ນັບແຕ່ປີ 1989 ຮອດເດືອນກໍລະກົດ 2021 ມີຈຳນວນໂຄງການລົງທຶນທັງໝົດ 813 ໂຄງການ ແລະ ມີມູນຄ່າການລົງທຶນທັງໝົດຫຼາຍກວ່າ 16 ຕື້ໂດລາສະຫະລັດ;
ສະເພາະໃນປີ 2020 ທ່າມກາງການແຜ່ລະບາດຂອງພະຍາດພະຍາດໂຄວິດ-19, ການລົງທຶນຈາກ ສປ ຈີນ ຍັງສືບຕໍ່ມີບັນຍາກາດທີ່ດີ ເຊິ່ງມີການອະນຸມັດໂຄງການລົງທຶນຈາກຈີນ ຈຳນວນ 21 ໂຄງການ ແລະ ມີມູນຄ່າການລົງທຶນ 2,5 ຕື້ໂດລາ,
ໃນນັ້ນ ສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງບໍ່ແຮ່, ບໍລິການ, ພະລັງງານໄຟຟ້າ, ກະສິກຳ ແລະ ຂະແໜງການອື່ນໆກໍ່ຍັງມີການລົງທຶນ ໃນການສ້າງພື້ນຖານໂຄງລ່າງ, ການລົງທຶນໃນກິດຈະການທົ່ວໄປເຊັ່ນ: ຮ້ານຄ້າ, ຮ້ານອາຫານ ແລະ ທຸລະກິດຄ້າຂາຍທົ່ວໄປຈຳນວນຫຼາຍ.
ນອກນັ້ນ, ສປ ຈີນ ໄດ້ມີບົດບາດສຳຄັນໃນການລົງທຶນຢູ່ໃນບັນດາເຂດເສດຖະກິດພິເສດ ເຊິ່ງທີ່ໄດ້ຮັບການອະນຸມັດຈຳນວນ 89 ຫົວໜ່ວຍ ແລະ ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 215 ລ້ານໂດລາ.
