ຂ່າວລາຍວັນ

ຊ່ວຍແຊຮ໌ຕໍ່ນຳກັນເດີ້ ຂໍຄວາມຊ່ວຍເຫຼືອ

ສະບາຍດີພໍ່ແມ່ພີ່ນ້ອງຊາວແຂວງຫລວງນ້ຳທາ ມື້ນີ້ຂອງວັນທີ09.05.2021 ໃນເວລາ16ໂມງ ນາງຈັນເປິ່ງລາວໄດ້ ເສຍຊີວິດລົງແລ້ວ ລວມອາຍຸໄດ້40ປີ ຄອບຄົວຢູ່ນຳກັນທັງຫມົດ6ຄົນມີຜົວແລະລູກ4ຄົນຍິງ3ຊາຍ1 ດ້ວຍສາເຫດທີ່ວ່າ #ໄດ້ກິນເຫັດຕາຍເບື່ອທີ່ລູກສາວລາວໄປເກັບຢູ່ປ່າມາ

ມື້ຕໍ່ໃນວັນທີ07.05.2021ນີ້ຄອບຄົວລາວໄດ້ພາກັນມາແຕ່ໄຮ່-ສ່ວນເຊິ່ງລູກສາວລາວໄດ້ໄປເກັບເຫັດມານັ້ນບໍ່ຮູ້ວ່າມັນແມ່ນເຫັດຕາຍເບື່ອເລີຍໄດ້ແຕ່ງສູ່ພໍ່ແມ່ກິນ ກິນນຳກັນຫມົດທັງ4ພໍ່ລູກ ບໍ່ກິນແຕ່ລູກຊາຍຫລ້າຜູ້ດຽວ ມື້ທຳອິດບໍ່ຮູ້ສຶກຫຍັງຍັງໄປໄຮ່ໄປສ່ວນຢູ່ຫມົດມື້ ແລງມາທັງຜົວເມຍແລະລູກພາກັນຮູ້ສຶກວ່າວິນຫົວປວດຮາກ

ມື້ຕໍ່ຂອງວັນທີ08.05.2021ຄອບຄົວໄດ້ສົ່ງໄປໂຮງຫມໍເມືອງ ວຽງພູຄາ ແລ້ວເປັນເອົາຫນັກທັງຜົວເມຍບໍ່ຮູ້ສຶກໂຕຫຍັງແລ້ວເພາະວ່າໄດ້ກິນເຂົ້າໄປຫລາຍເຕີບ ທາງໂຮງຫມໍເມືອງ ວຽງພູຄາເພີ່ນເລີຍໄດ້ເຮັດໃບນຳສົ່ງມາໂຮງຫມໍປົກຄອງ ແຂວງຫລວງນ້ຳທາ ຜູ້ເປັນເມຍລາວບໍ່ໄດ້ຮູ້ສຶກຫຍັງແລ້ວ ແຕ່ຍັງບໍ່ທັນໄດ້ໃຈຂາດເທື່ອ ມາຮອດຕ່ອນແລງເວລາ16ໂມງລາວໄດ້ເສຍຊີວິດແລ້ວ ເຊິ່ງຜູ້ເປັນຜົວແລະລູກຍັງໄດ້ປິ່ນປົ່ວຢູ່ໂຮງຫມໍປົກຄອງຄືເກົ່າແລະລູກທັງ3ຄົນປອດໄພຫມົດເດີ

ດັ່ງນັ້ນທາງເຮົາຈັ່ງມາຂໍຄວາມຊ່ວຍເຫລື່ອຈາກສັງຄົມຜູ້ທີ່ມີຈິດໃຈສັດທາ ຮ່ວມກິນຮ່ວມທານນຳ ຄອບຄົວຂອງພວກເພີ່ນເປັນຄົນທີ່ທຸກຍາກລຳບາກແທ້ໆ ຊ່ວຍກັນຜູ້ລະເລັກຜູ້ລະນ້ອຍເດີ້

ເຊິ່ງຄອບຄົວຂອງເພີ່ນໄດ້ອາໄສ່ຢູ່ທີ່ບ້ານມ່າງເມືອງວຽງພູຄາແຂວງຫລວງນ້ຳທາ ຜູ້ໃດຢາກຮ່ວມກິນຮ່ວມທ່ານນຳຄອບຄົວຂອງເພີ່ນແມ່ນສາມາດໂອນເຂົ້າບັນຊີນີ້ເລີຍເດີ້ 070120001419657001 JOULING LAOLI MISS ແລ້ວທາງເຮົາຈະໄດ້ໄປມອບໃຫ້ກັບຄອບຄົວຂອງເພີ່ນ ຂອບໃຈທີ່ອ່ານຈົນຈົບ🙏🏻

ຂຽນບໍ່ຖືກບ່ອນໃດກະຂໍໂທດຂໍອະໄພນຳເດີເພາະວ່າຂຽນຕາມຄອບຄົວເພີ່ນແນະນຳມາ ຊ່ວຍແຊຮ໌ຕໍ່ນຳກັນເດີ້

ຂໍຂອບໃຈຫລວງຫນ້າ🙏🏻

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!