ຂ່າວລາຍວັນ
ສັ່ງດ່ວນ!
ສັ່ງດ່ວນ! ລ໋ອກດາວ ນະຄອນໄກສອນພົມວິຫານ ຫຼັງກວດພົບຜູ້ຕິດເຊື້ອໃນຊຸມຊົນສະສົມແລ້ວ 18 ກໍລະນີ

ເນື່ອງຈາກມີຜູ້ຕິດເຊື້ອຢູ່ໃນຊຸມຊົນ ຂອງນະຄອນໄກສອນພົມວິຫານ ນັບແຕ່ວັນທີ 02 ສິງຫາ 2021 ມາເຖິງປະຈຸບັນນີ້ ມີຈຳນວນເຖິງ 18 ກໍລະນີ, ກວມເອົາ 06 ບ້ານ,

ເຊິ່ງຕໍ່ສະພາບການລະບາດຂອງພະຍາດດັ່ງກ່າວເຫັນວ່າມີຄວາມຫຍຸ້ງຍາກຫລາຍໃນການຊອກຫາຕົ້ນສາຍປາຍເຫດການລະບາດ, ທາມລາຍຂອງຜູ້ຕິດເຊື້ອ ແລະ ຜູ້ສໍາພັດກັບຜູ້ຕິດເຊື້ອທີ່ບໍ່ສາມາດບອກໄດ້ທີ່ມາຂອງການຕິດເຊື້ອ ເຊິ່ງເປັນສາຍເຫດ
ເຮັດໃຫ້ມີການຄວບຄຸມການລະບາດໄດ້ຍາກ ແລະ ເປັນປັດໃຈສ່ຽງສູງຕໍ່ການແຜ່ລະບາດອອກໄປສູ່ວົງກວ້າງພາຍໃນນະຄອນໄກສອນພົມວິຫານ ແລະ ເມືອງອ້ອມຂ້າງ ກໍ່ຄືພາຍໃນແຂວງສະຫວັນນະເຂດ
