ຂ່າວລາຍວັນ

ລັດໃຊ້ງົບໄປແລ້ວ 15,82 ຕື້ກີບ ໃນການຮັບ ແ ຮ ງ ງ າ ນ ລ າ ວ ຄືນປະເທດ

ລັດໃຊ້ງົບໄປແລ້ວ 15,82 ຕື້ກີບ ໃນການຮັບແຮງງານລາວຄືນປະເທດ

ໃນວັນທີ 9 ສິງຫາ 2021 ໃນວາລະດໍາເນີນກອງປະຊຸມສະໄຫມວິສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ໄດ້ຂຶ້ນຊີ້ແຈງຕໍ່ຄໍາ ຖາມເຈາະຈີ້ມກ່ຽວກັບບັນຫາແຮງງານ ແລະການຮັບມືກັບແຮງງານທີ່ກັບມາຈາກຕ່າງປະເທດ,

ໂດຍໄດ້ຮັບການຊີ້ນໍາເພື່ອຮັບມື ແລະແກ້ໄຂບັນຫາດັ່ງກ່າວຈາກ ທ່ານນາຍົກ ແລະ ຮອງນາຍົກແລ້ວຜັນຂະຫຍາຍເປັນແຜນ ແລະມາດຕະການຈັດຕັ້ງປະຕິບັດທັງສະເພາະຫນ້າ ແລະຍາວນານ.

່ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ໃຫ້ຮູ້ວ່າ:

ກົມການເມືອງສູນກາງພັກ, ລັດຖະບານໄດ້ມີຄວາມເປັນຫວ່ງເປັນໄຍເປັນພິເສດຕໍ່ການກັບຄືນມາຂອງແຮງງານລາວ, ໂດຍໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດທີ່ສຸດຕໍ່ກະຊວງ, ຂະແຫນງການທີ່ກ່ຽວຂ້ອງລວມທັງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ,

ກ່ອນຫນ້ານີ້ກະຊວງ ຮສສ ກໍ່ໄດ້ຮັບການຊີ້ ນໍາເພື່ອຮັບມື້ ແລະແກ້ໄຂບັນຫາດັ່ງກ່າວຈາກກອງປະຊຸມທ່ານນາຍົກ ແລະຮອງນາຍົກ,

ຈາກນັ້ນກໍ່ໄດ້ຮັບການຊີ້ນໍາຈາກກອງປະຊຸມກົມການເມືອງສູນກາງພັກ ແລະໄດ້ນໍາມາ ຜັນຂະຫຍາຍເປັນແຜນ ແລະມາດຕະການຈັດຕັ້ງປະຕິບັດທັງສະເພາະຫນ້າ ແລະຍາວນານເປັນຕົ້ນແມ່ນໄດ້ຈັດກອງປະຊຸມວິຊາການຮ່ວມກັບຝ່າຍ ໄທ ແລະພົບປະກັບທ່ານທູດໄທ ປະຈໍາ ສປປ ລາວ.

ໂດຍໄດ້ສະເຫນີໃຫ້ຝ່າຍໄທເບິ່ງແຍງ ແລະຊ່ວຍເຫຼືອແຮງງານລາວທີ່ຍັງຕົກຄ້າງຢູ່ໄທໂດຍໃຫ້ຝ່າຍໄທສະຫນອງຂໍ້ມູນຜູ້ອອກແຮງງານທີ່ເຮັດວຽກຢູ່ປະເທດໄທທີ່ ຈະກັບຄືນປະເທດລາວໃຫ້ພາກສ່ວນກ່ຽວຂ້ອງຂອງລາວຊາບລ່ວງຫນ້າ;ຝ່າຍໄທຕ້ອງອໍານວຍຄວາມສະດວກໃຫ້ຜູ້ແຮງງານລາວທີ່ເຮັດວຽກຢູ່ໄທໄດ້ເຂົ້າເຖິງການສັກ ຢາວັກແຊງຄືກັນກັບພົນລະເມືອງຂອງໄທ.

ສໍາລັບແຮງງານລາວທີ່ຫມົດສັນຍາທີ່ຈະສົ່ງກັບບ້ານຕ້ອງໄດ້ກວດຫາເຊື້ອໂຄວິດ-19, ຖ້າຕິດເຊື້ອໂຄວິດ-19 ຝ່າຍ ໄທຕ້ອງປິ່ນປົວໃຫ້ເຊົ່າ ແລະກັກກັນຕາມກໍານົດ ເວລາຂອງຄະນະສະເພາະກິດຝ່າຍໄທແລ້ວຈຶ່ງສົ່ງກັບປະເທດລາວ, ໂດຍຜ່ານດ່ານສາກົນຕາມລະບຽບກົດຫມາຍຂອງສອງຝ່າຍ ແລະຜູ້ອອກແຮງງານໃນລະບົບທີ່ ເຂົ້າປະກັນສັງຄົມຕ້ອງໄດ້ຮັບນະໂຍບາຍເທົ່າທຽມກັບຜູ້ອອກແຮງງານຂອງໄທ;

ໄດ້ປະສານສົມທົບກັບຄະນະສະເພາະກິດແຕ່ລະຂັ້ນເກັບກໍາຂໍ້ມູນ ແລະຂຶ້ນ ທະບຽນຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດ ແລະໃຫ້ການຊ່ວຍເຫຼືອເບື້ອງຕົ້ນເປັນເຄື່ອງປ້ອງກັນ (PPE ), ເຄື່ອງອຸປະໂພກບໍລິໂພກຢູ່ສູນຈໍາກັດບໍລິເວນໃນ 10 ແຂວງທີ່ມີຊາຍແດນຕິດກັບປະເທດໄທ;

ອົງການກາແດງລາວໄດ້ຮ່ວມມືກັບອົງການກາແດງສະວິດເຊີແລນຊ່ວຍເຫຼືອອາຫານ 3 ຄາບ, ເຄື່ອງໃຊ້ສ່ວນຕົວຜູ້ລະ 1 ຊຸດ, ນໍ້າດື່ມ ແລະຄ່າເດີນທາງໃຫ້ຜູ້ອອກແຮງງານທີ່ກັບຈາກປະເທດໄທ ຈໍານວນ 12 ສູນ, ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ, ເປັນເງິນທັງຫມົດ 15,82 ຕື້ ກວ່າກີບ;

ໄດ້ໂຄສະນາເຜີຍແຜ່ປຶ້ມຄູ່ມືການໄປອອກແຮງງານຕ່າງປະເທດທີ່ປອດໄພ ຈໍານວນ 7.990 ຫົວ ແລະແຜ່ນພັບ, ໂປສເຕີການຊອກ ຫາວຽກເຮັດງານທໍາ, ຈົດຫມາຍຮຽກ ຮ້ອງເຖິງຜູ້ອອກແຮງງານ 10.000 ສະບັບ ໃຫ້ສູນຈໍາກັດບໍລິເວນຢູ່ບັນດາແຂວງ, ນະຄອນຫຼວງ, ໄດ້ເຮັດຄຣີບສຽງໂຄສະນາຕໍາແຫນ່ງງານຫວ່າງຜ່ານ ສື່ຕ່າງໆລວມທັງສູນຈໍາກັດບໍລິເວນຂອງແຮງງານທີ່ກັບມາ.

ທ່ານ ນາງ ໃບຄໍາ ຂັດທິຍະ ຍັງໃຫ້ຮູ້ອີກວ່າ:

ໄດ້ປະສານສົມທົບກັບສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດ, ໂຄງການລົງທຶນພາຍໃນ ແລະຕ່າງປະເທດ, ເຂດເສດຖະກິດພິເສດ ແລະເສດຖະກິດສະເພາະ ແລະຫົວຫນ່ວຍແຮງງານເພື່ອເກັບກໍາຕໍາແຫນ່ງງານຫວ່າງໄດ້ແລ້ວ 6.000 ກວ່າຕໍາແຫນ່ງ

ແລະສືບຕໍ່ປະສານເອົາຂໍ້ ມູນຕໍາແຫນ່ງງານໃຫມ່ຕື່ມເພື່ອຝຶກຜູ້ອອກແຮງງານເຂົ້າສູ່ຕໍາແຫນ່ງງານ, ຝຶກເພື່ອປະກອບອາຊີບອິດສະຫຼະ, ໃນກໍລະນີຫາກຜູ້ອອກແຮງງານມີຈຸດປະສົງຢາກກັບໄປ ເຮັດວຽກຢູ່ຕ່າງປະເທດກໍ່ໃຫ້ໄປຕາມກົດຫມາຍ,

ພ້ອມນີ້, ໄດ້ປະສານສົມທົບກັບສະຖານທູດລາວ ປະຈໍາຣາຊະອານາຈັກໄທກໍານົດຊ່ອງທາງການຕິດຕໍ່ດ້ວຍ ໂທລະສັບ ແລະສື່ອີເລັກໂຕຣນິກເພື່ອໃຫ້ພົນລະເມືອງລາວ, ນັກສຶກສາ ແລະແຮງງານລາວທີ່ອາໄສຢູ່ຣາຊະອານາຈັກໄທ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button