ຂ່າວລາຍວັນ

ຂ່າວດ່ວນ! ຄົນ ຕິ ດ ເ ຊື້ ອເສຍຊີວິດ ອີກ 1 ຄົນ

😭RIP ອີຕົນທັງແມ່ ແລະ ລູກໃນທ້ອງຂໍໃຫ້ຂຶ້ນສະຫວັນເດີ ເສຍຊີວິດ ອີກ 1 ຄົນຜູ້ຕິດເຊື້ອ ໂຄວິດ ທີ່ປາກເຊ ວັນທີ 11 ສິງຫາ 2021ຜູ້ເສຍຊີວິດ ເພດຍິງ, ເຊິ່ງເປັນຄົນເຈັບຕິດເຊື້ອ ໂຄວິດ-19ເພດຍິງ ອາຍຸ 28 ປີ ຖືພາໄດ້ 5 ເດືອນແຮງງານກັບມາແຕ່ປະເທດໄທ! ຄົນບ້ານສົມໂຮງ ເມືອງໂຂງ ແຂວງຈໍາປາສັກສາມາດຕິດຕາມພວກເຮົາໄດ້ທີ

ຂ່າວດ່ວນ! ຄົນຕິດເຊື້ອ ໂຄວິດເສຍຊີວິດ ອີກ 1 ຄົນ ທີ່ປາກເຊ
ບ່າຍວັນທີ 11 ສິງຫາ 2021

ລາຍງານຈາກ ອາສາສະໝັກ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ, ມື້ນີ້ທີມງານໄດ້ຮັບແຈ້ງຈາກ ຄະນະສະເພາະກິດ ໃຫ້ຊ່ວຍ ຊາປະນະກິດ ຜູ້ເສຍຊີວິດ ເພດຍິງ, ເຊິ່ງເປັນຄົນເຈັບຕິດເຊື້ອ ໂຄວິດ

ລາຍລະອຽດ ເພີ່ມເຕີມ ຈະມີການຖະແຫຼງຂ່າວ ຈາກຄະນະສະເພາະກິດ ແຂວງຈໍາປາສັກ ໃນໄວໆນີ້

ຈາກການ​ຖະແຫຼງຂ່າວ​ຂອງ​ຄະນະສະ​ເພາະກິດ​ ເພື່ອ​ປ້ອງກັນ​ ຄວບຄຸມ​ ແລະ​ ແກ້ໄຂການລະບາດຂອງພະຍາດໂຄວິດ-19​ ປະຈຳວັນທີ 12 ສິງຫາ 2021​ ໂດຍ​ ທ່ານ​ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ:

ປະຫວັດຜູ້ເສຊີວິດຈາກການຕິດເຊື້ອພະຍາດໂຄວິດໃນວັນທີ 11 ສິງຫາ ຜ່ານມາ 1 ກໍລະນີ ຢູ່ແຂວງຈຳປາສັກ ໂດຍມີລາຍລະອຽດດັ່ງນີ້

ເປັນເພດຍິງ, ອາຍຸ 28 ປີ, ອາຊີບກຳມະກອນ, ບ້ານສົ້ມໂຮງ, ເມືອງໂຂງ, ແຂວງຈຳປາສັກ ເຊິ່ງເປັນແຮງງານທີ່ກັບມາຈາກປະເທດໄທ, ຜູ້ກ່ຽວຖືພາ ອາຍຸຄັນ 5 ເດືອນ ໂດຍປະຫວັດການເຄື່ອນໄຫວ: ວັນທີ 17 ກໍລະກົດ 2021 ຜູ້ກ່ຽວມາຮອດຊາຍແດນວັງເຕົ່າຊ່ອງເມັກ ແລະ ໄດ້ເກັບຕົວຢ່າງຢູ່ດ່ານ ແລະ ນຳສົ່ງໄປສູນຈຳກັດບໍລິເວນ.

ວັນທີ 19 ກໍລະກົດ 2021 ຜົນກວດວິເຄາະພົບເຊື້ອ COVID-19 ຈຶ່ງນໍາສົ່ງເຂົ້າສະຖານທີ່ປິ່ນປົວທີ່ກຳນົດໄວ້, ວັນທີ 1 ສິງຫາ 2021 ເລີ່ມມີອາການໄຂ້, ໄອ ແລະ ຫາຍໃຈຝຶດ, ອາການຂອງຜູ້ກ່ຽວ ຊຸດໂຊມລົງເລື້ອຍໆ ຈາກການສ່ອງລັງສີປອດ ເຫັນວ່າເນື້ອປອດ ຖືກທຳລາຍຢ່າງຮູນແຮງທັງສອງຂ້າງ, ໜ້າທີ່ການຂອງຕັບຖືກທຳລາຍ ບົ່ງບອກເຖິງການຕິດເຊື້ອຢ່າງຮຸນແຮງ, ແພດໝໍ, ພະຍາບານ ໄດ້ຕິດຕາມການປິ່ນປົວຢ່າງໃກ້ຊິດ ແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ມີແຕ່ໜັກໄປໜ້າເລື້ອຍໆ.

ໃນວັນທີ 8 ສິງຫາ 2021 ລູກໃນທ້ອງບໍ່ເໜັງຕິີງ, ວັນທີ 10 ສິງຫາ 2021 ຜູ້ກ່ຽວອິດເມື່ອຍຫຼາຍ, ຄວາມດັນເລືອດຕ່ຳ ແພດໝໍ ແລະ ພະຍາບານ ໄດ້ສູມທຸກກຳລັງຊ່ວຍຜູ້ກ່ຽວຢ່າງສຸດຄວາມສາມາດ ຈົນຮອດເວລາ 6 ໂມງເຊົ້າຂອງວັນທີ 11 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button