ຂ່າວລາຍວັນ

ຂ່າວດີ ມື້ດຽວຫາຍດີ 78 ຄົນ

ວັນທີ 9 ພຶດສະພາ 2021 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ 69 ຄົນ, ຕິດເຊື້ອສະສົມລວມ 1302 ຄົນ, ປົວຫາຍດີແລ້ວ 232 ຄົນ ( ອອກໂຮງໝໍຕື່ມ 78 ຄົນ) ກຳລັງປິ່ນປົວລວມ 1083 ຄົນ ແລະ ເສຍຊີວິດ 1 ຄົນ.

ແຫຼ່ງຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health
ຄະນະສະເພາະກິດແຈ້ງສະພາບ “ວັນນີ້ 09 ພຶດສະພາ 2021, ມື້ຜ່ານມາກວດວິເຄາະທັງໝົດ 6,827 ຕົວຢ່າງ (ຕົ້ນຕໍແມ່ນຈາກ ນະຄອນຫຼວງວຽງຈັນ 1,422 ຕົວຢ່າງ, ແຂວງບໍແກ້ວ 4,779 ຕົວຢ່າງ ແລະ ອື່ນໆ).”

(1). ຜົນພົບຜູ້ຕິດເຊື້ອ COVID-19 ຈຳນວນ + ( 69 ) ກໍລະນີ (ໃໝ່) ລວມທັງໝົດ 1,302 ກໍລະນີ:

1. ນະຄອນຫຼວງວຽງຈັນ (+ 16) ກໍລະນີ (ໃໝ່),

2. ແຂວງຈໍາປາສັກ (+ 03) ກໍລະນີ (ໃໝ່),

3. ແຂວງສະຫວັນນະເຂດ (+ 04) ກໍລະນີ (ໃໝ່),

4. ແຂວງບໍແກ້ວ (+ 46) ກໍລະນີ (ໃໝ່);

(2). ປິ່ນປົວຫາຍດີ – (232) ກໍລະນີ;

(3). ຍັງຮັບການປິ່ນປົວ 1,069 ກໍລະນີ;

(4). ເສັຍຊີວິດ (01) ກໍລະນີ:

1. ເປັນຜູ້ປ່ວຍຕິດເຊື້ອລຳດັບກໍລະນີ (364),

2. ຜູ້ປ່ວຍເຂົ້າປິ່ນປົວໃນວັນທີ 30 ເມສາ 2021,

3. ເປັນເພດຍີງ ອາຍຸ 53 ປີ ສັນຊາດຫວຽດນາມ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວງງຈັນ,

4. ຜູ້ກ່ຽວແມ່ນ ມີພະຍາດປະຈໍາຕົວຄືອັກເສບຕັບບີ ແລະ ພະຍາດເບົາຫວານ (ຜົນກວດເລືອດ ເບົາຫວານຂື້ນຮອດ 200),

5. ເສຍຊີວິດ ເວລາ 1:00 ໂມງເຊົ້າ ຂອງວັນທີ 09 ພຶດສະພາ 2021.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!