ຂ່າວລາຍວັນ

ແຂວງ ຈໍາປາສັກ ຫາລືນໍາ ໃຊ້ ຢາ ພື້ ນ ເ ມື ອງ ເພື່ອປິ່ນປົວ ຜູ້ ຕິ ດ ເຊື້ອ

ແຂວງ ຈໍາປາສັກ ຫາລືນໍາໃຊ້ຢາພື້ນເມືອງ ເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ພອນເທບ ພົນເສນາ ທີ່ປຶກສາວຽກຕ້ານໂຄວິດ ຢູ່ແຂວງຈຳປາສັກໄດ້ປະຊຸມປຶກສາຫາລື ເພື່ອຮັບຮອງໂຄງການນໍາໃຊ້ຢາພື້ນເມືອງເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ

ໂດຍມີຈຸດປະສົງໂຄງການແມ່ນ ເພື່ອສຶກສາເບິ່ງປະສິດທິພາບຂອງຢາພື້ນເມືອງລາວ ແລະສົມທຽບຜົນ ທີ່ໃຊ້ເຂົ້າໃນການປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ ເພາະວ່າຈໍານວນຜູ້ຕິດເຊື້ອນັບມື້ເພີ້ມຂື້ນ ເຊິ່ງຢາພື້ນເມືອງທີ່ຈະນຳໃຊ້ ເປັນຢາທີ່ສະກັດຈາກ ກະຊາຍຂາວ ແລະຢາຕົ້ມ

ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນໃຫ້ພາກສ່ວນທີ່ກ່ຽວຂ້ອງຕັ້ງຄະນະຮັບຜິດຊອບ, ສ້າງແຜນ ແລະກຳນົດຈຸດໃນການປິ່ນປົວ ເພື່ອວິເຄາະຂໍ້ມູນ ໃຫ້ເຮົາສາມາດຮູ້ໄດ້ເຖິງປະສິດທິຜົນໃນການປິ່ນປົວພະຍາດ ໂດຍນໍາໃຊ້ຢາພື້ນເມືອງລາວທີ່ຜະລິດມາຈາກພູມປັນຍາຂອງຄົນລາວ

ທີ່ມາ: ວິທະຍຸ ແຂວງ ຈຳປາສັກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page

Don`t copy text!
error: Alert: Content is protected !!